ພັນລະຍາຂອງອະດີດປະທານາທິບໍດີ Yasser Arafat ຮຽກຮ້ອງສືບສວນກໍລະນີເສຍຊີວິດຂອງຜົວ

ພັນລະຍາຂອງອະດີດປະທານາທິບໍດີ Yasser Arafat ຮຽກຮ້ອງສືບສວນກໍລະນີເສຍຊີວິດຂອງຜົວ - ảnh 1
ທ່ານ Yasser Arafat ຍາມຍັງມີຊີວິດ ແລະ ເມຍ

(vovworld) - ທ່ານ​ນາງ Suha Arafat, ພັນ​ລະ​ຍາ​ຂອງ​ອະດີດ​ປະທານາທິບໍດີ ປາ​ແລດ​ຕີນ Yasser Arafat ຫາ​ກໍຝາກ​ໜັງສືຮຽກຮ້ອງ​ເຈົ້າ​ໜ້າ​ທີ່ ຝຣັ່ງສືບສວນ​ກ່ຽວ​ກັບ​ກໍ​ລະ​ນີ ​ເສຍ​ຊີວິດ​ຂອງ​ຜົວຕົນ ພາຍຫຼັງ​ມີ​ບັນດາ​ຂໍ້​ມູນ​ທີ່ຖື​ວ່າ: ທ່ານ Yasser Arafat ສາມາ​ດຖືກ​​ໃສ່​ຢາ​ພິດ​ເບື່ອການ​ນຳ Arafat, ​ແມ່ນຜູ້​ເຄີຍ​​ໄດ້​ຮັບ​ລາງວັນ​ໂນ​​ແບ​ວສັນຕິພາບ ຍ້ອນ​ໄດ້​ນຳພາ​ການ​ຕໍ່​ສູ້​ຂອງ​ປະຊາຊົນ ປາ​ແລດ​ຕີນ​ໃນ​​ໄລຍະເກືອບ 4 ທົດ​ສະ​ວັດ, ​ໄດ້​​ເຖິງ​ແກ່​ມໍລະນະ​ກຳ​ເມື່ອ​ວັນ​ທີ 11/11/2004. ຕາມ​ທ່ານ Pierre Olivier Sur, ທະນາຍຄວາມ​ຜູ້ແນະນຳ​ບັນດາ​ລະບຽບ​ການ​ດ້ານ​ນິຕິ​ກຳ​ໃຫ້​ທ່ານ​ນາງ Suha Arafat ​ແລ້ວ ​ໄດ້ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອດຳ​ເນີນ​ການສືບສວນ ​ແລະ ວຽກ​ງານ​ທຳ​ອິດ​ທີ່​ຈະ​ຕ້ອງຕ້ອງ​​ເຮັດນັ້ນ​ແມ່ນ​ຕ້ອງ​ກຳນົດ​ໄດ້​ວ່າ, ມີ​ທາດ​ພິດ​ໃນ​ຕົວ​ຂອງ​ທ່ານ Arafat ຫຼື​ບໍ່.

ຂ່າວ/ບົດ​ອື່ນ