ພົນ​ລະ​ເມືອງ ອາ​ເມ​ລິ​ກາ ຢູ່​ຕ່າງ​ປະ​ເທດ ໄດ້​ຮັບການ​ແຈ້ງ​ເຕືອນ ​ຕ້ອງ​ເພີ່ມ​ທະ​ວີ​​ຄວາມ ​ລະ​ວັງ​ຕົວ

(VOVWORLD) - ວັນທີ 19 ຕຸລາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ແຈ້ງເຕືອນພົນລະເມືອງ ອາເມລິກາຢູ່ ຕ່າງປະເທດ ເພີ່ມທະວີສະຕິລະວັງຕົວ ໃນສະພາບການທີ່ຄວາມເຄັ່ງຕຶງຢູ່ຫຼາຍບ່ອນໃນໂລກພວມເພີ່ມຂຶ້ນຢ່າງແຮງ.

ພົນ​ລະ​ເມືອງ ອາ​ເມ​ລິ​ກາ ຢູ່​ຕ່າງ​ປະ​ເທດ ໄດ້​ຮັບການ​ແຈ້ງ​ເຕືອນ ​ຕ້ອງ​ເພີ່ມ​ທະ​ວີ​​ຄວາມ ​ລະ​ວັງ​ຕົວ - ảnh 1ສຳນັກງານກະຊວງການຕ່າງປະເທດ (ພາບ: Getty)

ໃນການແຈ້ງເຕືອນ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ຄວາມເຄັງຕຶ່ງພວມເພີ່ມຂຶ້ນຢູ່ຫຼາຍບ່ອນໃນໂລກ ດ້ວຍຄວາມສ່ຽງເກີດການບຸກໂຈມຕີການກໍ່ການຮ້າຍ, ການແຫ່ຂະບວນປະທ້ວງ ຫຼື ບັນດາການກະທຳໃຊ້ຄວາມຮຸນແຮງຕ້ານຄືນພົນລະເມືອງ ແລະ ຜົນປະໂຫຍດຂອງອາເມລິກາ. ການແຈ້ງເຕືອນ ໄດ້ປະກາດໃຊ້ໃນສະພາບການບັນດາການແຫ່ຂະບວນປະທ້ວງພວມດຳເນີນຢູ່ເຂດ ຕາເວັນອອກກາງ ເພື່ອແນໃສ່ຄັດຄ້ານການປະທະກັນລະຫວ່າງ ອິດສະລາແອັນ ແລະ Hamas ແລະ ມີຜູ້ແຫ່ຂະບວນປະທ້ວງຫຼາຍຄົນໄດ້ເລັ່ງໃສ່ບັນດາສະຖານທີ່ການທູດຂອງ ອາເມລິກາ.

ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດອາເມລິກາ ໄດ້ຍົກລະດັບການແຈ້ງເຕືອນໃນການ ໄປມາ ລີບັງ ແລະ ອິດສະລາແອັນ ຂຶ້ນລະດັບສູງສຸດ ພ້ອມທັງອະນຸຍາດໃຫ້ບັນດາພະນັກງານລັດຖະບານ ທີ່ບໍ່ຈຳເປັນ ພ້ອມກັບຄອບຄົວ ໄດ້ເດີນທາງອອກຈາກສອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ