ພົນລະເມືອງຕວກກີກ່ວາ700ຄົນເຂົ້າຮ່ວມກຳລັງIS

ພົນລະເມືອງຕວກກີກ່ວາ700ຄົນເຂົ້າຮ່ວມກຳລັງIS - ảnh 1
(ພາບ​ປະ​ກອບ​ຈາກ theepochtimes)

(​vovworld) – ​ ​​​​ວັນ​ທີ 15/1, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຕວກ​ກີ Mevlut Cavusoglu ໃຫ້​ຮູ້​ວ່າ: ມີ​ພົນ​ລະ​ເມືອງ​ຕວກ​ກີ 700 ຄົນ​ໄດ້​ເຂົ້າ​ຮ່ວມ​ອົງ​ການ “ລັດ​ອິດ​ສະ​ລາມ” ອ້າງ​ຊື່​ເອງ (IS), ​ສິ່ງ​ດັ່ງ​ກ່າວ​ເປັນ​ການ​ກ່າວ​ເຕືອນ​ກ່ຽວ​ກັບ​ໄພ​ຈະ​ເກີດ​ ບັນ​ດາ​ການບ​ຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່​ພາຍ​ໃນ ຕວກກ​ີ ເມື່ອ​ບັນ​ດາ​ເປົ້າ​ໝາຍ​ຫົວ​ຮຸນ​ແຮງນີ້​ກັບ​ຄືນ​ເມືອ​ປະ​ເທດ. ​ຕາມທ່ານ Cavusoglu, ​ປະ​ຈຸ​ບັນ ຕວກ​ກີ ​ໄດ້​ຫ້າມບໍ່​ໃຫ​້​ຊາວ​ຕ່າງ​ປະ​ເທດ​ປະ​ມານ 7.250 ຄົນ​ທີ່​ເຄີຍ​ມີ​ແຜນ​ການ​ເຂົ້າ​ຮ່ວມ IS ເຂົ້າ​ເມືອງ ແລະ ​ຈະ​ເນ​ລະ​ເທດ 1.160 ຄົນ​ອື່ນ​ອີກ.

        ທ່ານ​ລັດ​ຖະ​ມົນ​ຕີ Cavusoglu ກໍ່​ຖະ​ແຫຼງວ່າ: ຕວກ​ກີ ພວມ​ດຳ​ເນີນ​ບັນ​ດາ​ມາດ​ຕະ​ການ​ຂ້ຽວ​ຂາດ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ລຽບ​ຕາມ​ຊາຍ​ແດນ​ທີ່​ມີ​ຄວາມ​ຍາວ 911 ກມ ກັບ ຊີ​ຣີ. ທ່ານ​ຖື​ວ່າ: ຕວກ​ກີ ກໍ່​ແມ່ນ​​ເປົ້າ​ໝາຍ​​ບຸກ​ໂຈມ​ຕີ​ຂອງ IS ແລະ ເນັ້ນ​ໜັກ​​ເຖິງຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ​ປະ​ເທດ.

       

ຂ່າວ/ບົດ​ອື່ນ