ພົນເອກ ຫວໍງວຽນຢາບ ໃນດ່ວງໃຈຂອງປະຊາຊົນ ແລະ ເພື່ອນມິດສາກົນ

(VOVWORLD) -ບໍ່ພຽງແຕ່ແມ່ນຄວາມເອກອ້າງຖະນົງໃຈຂອງປະຊາຊົນຫວຽດນາມ ເທົ່ານັ້ນ, ທ່ານພົນເອກ ຫວໍງວຽນຢາບ ຍັງໄດ້ຮັບຄວາມເຄົາລົບນັບຖືຈາກເພື່ອນມິດສາກົນອີກດ້ວຍ.
ພົນເອກ ຫວໍງວຽນຢາບ ໃນດ່ວງໃຈຂອງປະຊາຊົນ ແລະ ເພື່ອນມິດສາກົນ - ảnh 1ທ່ານພົນເອກ ຫວໍງວຽນຢາບ ໄດ້ຮັບຄວາມເຄົາລົບນັບຖືຈາກເພື່ອນມິດສາກົນ
(ພາບ: talkvietnam)

ມື້ນີ້ຄົບຮອບ 110 ປີແຫ່ງວັນຄ້າຍວັນເກີດພົນເອກ ຫວໍງວຽນຢາບ (25 ສິງຫາ 1911 – 25 ສິງຫາ 2021). ໃນຊຸມວັນນີ້, ປະຊາຊົນຢູ່ທຸກແຖບຖິ່ນໃນທົ່ວປະເທດ, ບັນດາຜູ້ທີ່ຍັງບໍ່ທັນໄດ້ພົບທ່ານພົນເອກ ຫວໍງວຽນຢາບ ຫຼື ບັນດາຜູ້ທີ່ໄດ້ພົບປະແລ້ວ ແລະ ມີບັນດາຄວາມຊົງຈຳກ່ຽວກັບທ່ານພົນເອກ, ລ້ວນແຕ່ສະຫງວນອາລົມຈິດຄວາມເຄົາລົບນັບຖືຕໍ່ພົນເອກຜູ້ມີຄວາມເກັ່ງກ້າສາມາດຂອງຊາດຫວຽດນາມ.

        ທ່ານອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໂດ້ກຸ້ຍຢວານ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຫັນວ່າທ່ານແມ່ນຜູ້ມີຄວາມເຂັ້ມງວດ, ເດັດດຽວໃນໜ້າທີ່ວຽກງານ. ຂ້າພະເຈົ້າແມ່ນທະຫານລຸ້ນຫຼັງ ແຕ່ກໍ່ຮູ້ສຶກວ່າ ທ່ານແມ່ນພົນເອກຜູ້ທີ່ມີຄວາມເກັ່ງກ້າສາມາດ ພ້ອມທັງເປັນຜູ້ມີນ້ຳໃຈແຫ່ງຄວາມເມດຕາປານີທີ່ສຸດ. ເວລາໃດພົນເອກກໍ່ຕ້ອງຄິດໄລ່ຊັ່ງຊ້າຢ່າງລະອຽດ ເພື່ອຈຳກັດນັກຮົບຖືກເສຍສະຫຼະເລືອດເນື້ອໃນລະດັບຕ່ຳສຸດ. ຂ້າພະເຈົ້າຄິດວ່າ ນີ້ແມ່ນຄວາມປະທັບໃຈທີ່ສຸດເຊິ່ງທະຫານຜູ້ໃດກໍ່ລ້ວນແຕ່ເຫັນໄດ້ຈາກນາຍພົນຂອງຕົນ.”

        ບໍ່ພຽງແຕ່ແມ່ນຄວາມເອກອ້າງຖະນົງໃຈຂອງປະຊາຊົນຫວຽດນາມ ເທົ່ານັ້ນ, ທ່ານພົນເອກ ຫວໍງວຽນຢາບ ຍັງໄດ້ຮັບຄວາມເຄົາລົບນັບຖືຈາກເພື່ອນມິດສາກົນອີກດ້ວຍ. ທ່ານ Alain Ruscio ເຄີຍເປັນນັກຂ່າວປະຈຳໜັງສືພິມ ມະນຸດສະທຳ (l’Humanite) ຂອງຝລັ່ງ ຢູ່ຫວຽດນາມ ແລະ ໄດ້ພົບປະກັນທ່ານພົນເອກ ຫວໍງວຽນຢາບ ຫຼາຍຄັ້ງແບ່ງປັນວ່າ:

        “ຂ້າພະເຈົ້າຊົມຊອບວິທີເວົ້າຂອງທ່ານເມື່ອເວົ້າເຖິງຊາດຫວຽດນາມ, ກ່ຽວກັບປະຊາຊົນ, ທະຫານຫວຽດນາມ. ທ່ານບໍ່ຖືຕົນເອງເໜືອກວ່າທຸກຄົນ. ອີກສິ່ງໜຶ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈ, ນັ້ນແມ່ນການໂອ້ລົມກັນແບບງ່າຍໆ. ອີກຢ່າງໜຶ່ງແມ່ນຄວາມສາມາດນຳໃຊ້ພາສາຝລັ່ງ ເປັນຢ່າງດີທີ່ສຸດຂອງພົນເອກ”.

        ມີນັກປະພັນວັນນະຄະດີ, ນັກຂ່າວ, ນັກຖ່າຍຮູບຊາວຕ່າງປະເທດຫຼາຍຄົນ ກໍ່ລ້ວນແຕ່ສະແດງຄວາມປະທັບໃຈກ່ຽວກັບບັນດາຄວາມຊົງຈຳເມື່ອໄດ້ມາເຮືອນຂອງທ່ານພົນເອກ ເພື່ອອວຍພອນອາຍຸຍື່ນໃນໂອກາດວັນຄ້າຍວັນເກີດກ່ອນນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ