ພົນເອກເຈິ່ນດ້າຍກວາງຢ້ຽມຢາມແລະມອບຂອງຂວັນບຸນປີໃໝ່ໃຫ້ແກ່ ປະຊາຊົນບັນດາເຜົ່າແຂວງດັກລັກ


ພົນເອກເຈິ່ນດ້າຍກວາງຢ້ຽມຢາມແລະມອບຂອງຂວັນບຸນປີໃໝ່ໃຫ້ແກ່ ປະຊາຊົນບັນດາເຜົ່າແຂວງດັກລັກ - ảnh 1
ພົນເອກເຈິ່ນດ້າຍກວາງຢ້ຽມຢາມແລະມອບຂອງຂວັນບຸນປີໃໝ່ໃຫ້ແກ່ ປະຊາຊົນບັນດາເຜົ່າແຂວງດັກລັກ
(ພາບ: tienphong.vn)
ພົນເອກເຈິ່ນດ້າຍກວາງຢ້ຽມຢາມແລະມອບຂອງຂວັນບຸນປີໃໝ່ໃຫ້ແກ່ ປະຊາຊົນບັນດາເຜົ່າແຂວງດັກລັກ - ảnh 2

(vovworld) - ​ ​​​ໃນການ​​ຢ້ຽມຢາມຕອນ​​ເຊົ້າວັນ​ທີ 25/1, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດຫວຽດນາມ, ພົນ​ເອກ ​ເຈິ​ນດ້າ​ຍກວາງ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​​ໄຕ​ງວຽນ, ​ໄດ້​ມອບ​ຂອງຂວັນ​ 30 ພູດໃຫ້​ແກ່​ພໍ່​ແມ່​ພີ່ນ້ອງ​ຊາວເອ​ເດ ຜູ້ທຸກຍາກ​ຢູ່​​ບ້ານ ພັນ​ເລີມ ​ແລະ ບ້ານ​ກໍ​ຊີ​ເອ, ​ເມືອງ​ເຕີນ​ເລີບ, ນະຄອນ​ບວນມາ​ທວດ, ​ແຂວງ​ດັກ​ລັກ. ທ່ານ​ພົນ​ເອກ ກໍ່​ມອບ​ໃຫ້​ແກ່​ແຕ່​ລະ​ບ້ານ 100 ລ້ານ​ດົ່ງ ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນບັນດາ​ເຜົ່າ​ທີ່​ປະ​ສົບກັບ​ຄວາມ​ຫຍຸ້ງຍາກ​ໃນ​ບໍລິ​ເວນຕ້ອນຮັບ​ບຸນປີ​ໃໝ່​ໃນ​ບັນຍາກາດ​ທີ່ອົບ​ອຸ່ນ. ທ່ານພົນ​ເອກ ​ເຈິ​ນດ້າ​ຍກວາງ ສະ​ເໜີ​ໃຫ້​ນະຄອນ​ບວນມາ​ທວດ, ​ແຂວງ​ດັກ​ລັກ​ ຄວນລົງທຶນ, ຜັນ​ຂະຫຍາຍ​ຮູບ​​ແບບ​​ໂຮງ​ວັດທະນະທຳ​ວົງ​ຄະນະ​ຍາດຕິ​ດ ກັບ​ໂຮງຮຽນ ​ເພື່ອ​ປະກອບສ່ວນ​ເສີມ​ຂະຫຍາຍ​ບົດບາດ, ໜ້າ​ທີ່​ຂອງ​​ໂຮງວັດທະນະທຳ​ເປັນ​ຢ່າງ​ດີ, ພ້ອມກັນ​ນັ້ນ​ກໍ່ແມ່ນ​ສະຖານ​ທີ່​ລະ​ຫຼິ້ນ ​ແລະ ດຳ​ເນີນ​ຊີວິດຂອງ​​ນັກຮຽນ​ຊາວ​ຊົນ​ເຜົ່າ​ທີ່​ນີ້.

 


ຂ່າວ/ບົດ​ອື່ນ