ພົນເອກໂງຊວນລິກເຂົ້າຮ່ວມເວທີປາໄສແຊງຊາງປັກກິງແລະຢ້ຽມຢາມຈີນຢ່າງເປັນທາງການ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຈາກພົນໂທ ອວຍເພິງເຄືອ,  ກຳມະການຄະນະລັດຖະບານ, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ, ຄະນະຜູ້ແທນຂັ້ນສູງຫວຽດນາມ ໂດຍພົນເອກ ໂງຊວນລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າເດີນທາງເຂົ້າຮ່ວມເວທີປາໄສແຊງຊາງປັກກິງ ຄັ້ງທີ 8 ຢູ່ປັກກິງ, ປະເທດຈີນ ໃນລະຫວ່າງວັນທີ 24 – 26 ຕຸລາ.

ພົນເອກ ໂງຊວນລິກ ຈະມີບົດກ່າວປາໄສສຳຄັນທີ່ວາລະປະຊຸມຄົບຄະນະທຳອິດຂອງເວທີປາໄສ ກ່ຽວກັບຫົວຂໍ້ຄຸ້ມຄອງຄວາມໝັ້ນຄົງສາກົນ.

        ເລື່ອງຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມເວທີປາໄສແຊງຊາງປັກກິງ ຄັ້ງນີ້ແມ່ນເພື່ອແນໃສ່ສືບຕໍ່ຢືນຢັນບົດບາດຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຢ່າງສູງຂອງຫວຽດນາມ ຕໍ່ບັນດາບັນຫາສາກົນ ແລະ ພາກພື້ນ; ສະແດງໃຫ້ເຫັນທັດສະນະຂອງຫວຽດນາມ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງ ແລະ ການພັດທະນາ ເຊິ່ງໂລກ, ພາກພື້ນຕ່າງກໍ່ມີຄວາມສົນໃຈ, ພ້ອມທັງຕໍ່ສູ້ປົກປັກຮັກສາຜົນປະໂຫຍດຂອງຊາດ.

        ພາຍຫຼັງເຂົ້າຮ່ວມເວທີປາໄສດັ່ງກ່າວ, ພົນເອກ ໂງຊວນລິກ ຈະນຳໜ້າຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ຢ້ຽມຢາມສປ.ຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 26 – 28 ຕຸລາ, ຕາມຄຳເຊື້ອເຊີນຂອງພົນໂທ ອວຍເພິງເຄືອ, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ.


ຕອບກັບ

ຂ່າວ/ບົດ​ອື່ນ