ພົນໂທ Tran Dai Quang ຕ້ອນຮັບຄະນະຜູ້ແທນຂັ້ນສູງສິງກະໂປ

ພົນໂທ Tran Dai Quang ຕ້ອນຮັບຄະນະຜູ້ແທນຂັ້ນສູງສິງກະໂປ - ảnh 1
ພົນ​ໂທ Tran Dai Quang ຕ້ອນຮັບ
ຮອງ​ນາຍົກລັດຖະມົນຕີສິງກະ​ໂປ
( ພາບ: cand.com.vn )


(vovworld) -     ຕອນ​ບ່າຍ​ວັນ​ທີ 27/8, ຢູ່ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ, ພົນ​ໂທ Tran Dai Quang ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ຂັ້ນ​ສູງ​ສິງກະ​ໂປໂດຍ​ທ່ານ Teo Chee Hean, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​​ປະສານ​ງານປ້ອງ​ກັນ​ຄວາມ​ສະຫງົບ​ເປັນ​ຫົວໜ້າ​ຄະນະ, ພ້ອມ​ກັບລັດຖະມົນຕີ​ກະຊວງ​ພາຍ​ໃນ​ສິງກະ​ໂປ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ​. ຕາງໜ້າ​ໃຫ້​ກະຊວງ​ຕຳຫຼວດຫວຽດນາມ, ພົນ​ໂທ Tran Dai Quang ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງການ​ຢ້ຽມຢາມ​ຂອງ​ທ່ານ Teo Chee Hean ພ້ອມ​ກັບ​ສະມາຊິກ​ໃນ​ຄະນະ. ພົນ​ໂທ Tran Dai Quang ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ຕະຫຼອດ​ຊຸມ​ປີ​ທີ່​ຜ່ານ​ມາ, ການ​ພົວພັນຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ກັບ​ບັນດາ​ອົງການ​ທີ່​ກຽວ​ຂ້ອງ​ຂອງ​ສິງກະ​ໂປ ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ພົນ​ໂທ Tran Dai Quang ຫວັງ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຄະນະ ຈະ​ເປີດ​ໄລຍະ​ພັດທະນາ​ໃໝ່​ໃນ​ການ​ພົວພັນ, ຮ່ວມ​ມື​ລະຫວ່າງ​ກະຊວງ​ຕຳຫຼວດ​ຫວຽດນາມ ກັບ​ກະຊວງ​ພາຍ​ໃນ​ສິງກະ​​ໂປ ​ໂດຍຜ່ານ​ການ​ຕໍ່​ກຳນົດ​ເວລາ​​ໃຫ້​ຂໍ້ຕົກລົງ​ຮ່ວມ​ມື​​ປ້ອງ​ກັນ, ຕໍ່ສູ້​ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ.

ຂ່າວ/ບົດ​ອື່ນ