ພົນໂທ ໂດ໊ບາຕິ ຕ້ອນຮັບຜູ້ບັນຊາ ການກອງທັບເຮືອ ຟິລິບປິນ

ພົນໂທ ໂດ໊ບາຕິ ຕ້ອນຮັບຜູ້ບັນຊາ ການກອງທັບເຮືອ ຟິລິບປິນ - ảnh 1
ກອງທັບເຮືອຫວຽດນາມ
(ພາບ: dantri.com.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 13/3, ຢູ່​ສຳ​ນັກ​ງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ​ພົນ​ໂທ ​​ໂດ໊ບາ​ຕິ, ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ​​ພົນ​ເຮືອ​​ໂທ Alexander P Pama, ຜູ້​ບັນຊາ​ການ​ກອງທັບ​ເຮືອ ຟິລິບ​ປິນ ມາ​ຢ້ຽມຢາມ​, ​ເຮັ​ດວຽກ​ຢູ່​ຫວຽດນາມ. ທ່ານ​ພົນ​ໂທ ​ໂດ໊ບາ​ຕິ ຢືນຢັນ​ການ​ຢ້ຽມຢາມ​ຂອງ​ທ່ານ​ພົນ​ເຮືອ​ເອກ​ໂທ Alexander P Pama ບໍ່ພຽງ​ແຕ່​ແມ່ນ​ເພື່ອ​ແນ​ໃສ່​ປະຕິບັດ​ຂໍ້​ຕ​ົກລົງ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ 2 ຝ່າຍ, ປະຕິບັດ​ບົດ​ບັນທຶກ​ຊ່ວຍຈຳກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ກອງທັບ​ເຮືອ 2 ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​ສຳຄັນ​​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ປ້ອງ​ກັນ​ປະ​ເທດ ​ແລະ ການ​ພົວພັນ​ລະຫວ່າງ​ກອງທັບ​ເຮືອ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ. ທ່ານ​ພົນ​ໂທ ​ໂດ໊ບາ​ຕິ ຖື​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ປະ​ເທດຄວນ​ສືບ​ຕໍ​່ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ບຳລຸງ​ສ້າງ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ກູ້​ໄພ​ກູ້​ຊີ​ບ, ​ແລກປ່ຽນ​ຄະນະ​ຜູ້​ແທນ​, ມຸ້ງ​ໄປ​ເຖິງ​ການ​ຮ່ວມ​ມື​ລາດ​ຕາ​ເວັນ​ຮ່ວມບົນ​ທະ​ເລ.

ຂ່າວ/ບົດ​ອື່ນ