ພົບປະກັບກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສະພາແຫ່ງຊາດຫວຽດນາມແລະລັດຖະສະພາໂປໂລຍ

(VOVWORLD) -ໃນຂອບເຂດການຢ້ຽມຢາມທາງລັດຖະກິດຫວຽດນາມ, ຕອນເຊົ້າວັນທີ 29 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານາທິບໍດີສ.ໂປໂລຍ Andrzej Duda ໄດ້ເຂົ້າຮ່ວມການພົບປະກັບກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາ ໂປໂລຍ.

ພົບປະກັບກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສະພາແຫ່ງຊາດຫວຽດນາມແລະລັດຖະສະພາໂປໂລຍ - ảnh 1 (ພົບປະກັບກຸ່ມສະມາຊິກລັດຖະສະພາມິດຕະພາບ

ຂອງສະພາແຫ່ງຊາດຫວຽດນາມແລະລັດຖະສະພາໂປໂລຍ)

ທີ່ການພົບປະ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກ໋ວກຫຽນ ສະເໜີວ່າ, ໃນໄລຍະຈະມາເຖິງ, 2 ກຸ່ມ ຈະສືບຕໍ່ຮັກສາການພົວພັນມິດຕະພາບ, ເພີ່ມທະວີການພົບປະ, ແລກປ່ຽນຂໍ້ມູນຂ່າວສານ ໃຫ້ກາຍເປັນຂົວເຊື່ອມຕໍ່ສຳຄັນໃນການຊຸກຍູ້ການພົວພັນລະຫວ່າງ 2 ອົງການນິຕິບັນຍັດຂອງ 2 ປະເທດ.

        ສ່ວນທ່ານປະທານາທິບໍດີ Andrzej Duda ຢືນຢັນວ່າ, ໂປໂລຍ ຖືເປັນສຳຄັນທີ່ສຸດການປັບປຸງ, ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບຫວຽດນາມ ແລະ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຈະສືບຕໍ່ປັບປຸງ, ພັດທະນາການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີການຮ່ວມມືດ້ານເສດຖະກິດ ແມ່ນບຸລິມະສິດແຖວໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ