ພົບປະກັບນັກສຶກສາສາກົນເນື່ອງໃນໂອກາດປີໃໝ່ 2015

ພົບປະກັບນັກສຶກສາສາກົນເນື່ອງໃນໂອກາດປີໃໝ່ 2015 - ảnh 1
(ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ)

(vovworld) – ຕອນ​ຄໍ່າ​ວັນ​ທີ 30/12, ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ພົບ​ປະ​ກັບ​ນັກ​ສຶກສາ​ສາກົນ, ​ເນື່ອງ​ໃນ​​ໂອກາດ​ບຸນປີ​ໃໝ່​ສາກົນ 2015. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ຮອງ​ສາດສະດາຈານ, ດ.ຣ ຫງວຽນ​ກິມ​ເຊີນ, ຮອງ​ຫົວໜ້າ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ແບ່ງປັນ​ວ່າ: ນັກ​ສຶກສາ​ສາກົນ 800 ຄົນພວມ​ຮໍ່າຮຽນ​ຢູ່ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ  ​ແມ່ນ​ບັນດາ​ທູດ​ບົນ​ເສັ້ນທາງ​ຊອກ​ຫາ​ຄວາມ​ຮູ້, ​ແມ່ນ​ຂົວ​ຕໍ່​ສັນຕິພາບ, ຮ່ວມ​ມື ​ແລະ ມິດຕະພາບ​ລະ​ຫວ່າງ​ບັນດາປະ​ເທດ​ກັບ​ຫວຽດນາມ ​ເວົ້າ​ລວ​ມ ​ແລະ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ. ທີ່​ການ​ພົບ​ປະ, ບັນດາ​ນັກ​ສຶກສາ​ສາກົນ ​ແລະ ນັກ​ສຶກສາ​ຫວຽດນາມ ​ໄດ້​ພ້ອມ​ກັນ​ສ້າງ​ບັນຍາກາດ​ຕ້ອນຮັບ​ບຸນປີ​ໃໝ່​ຢ່າງ​ຟົດ​ຟື້ນ, ອົບ​ອຸ່ນ ດ້ວຍ​ບັນດາ​ລາຍການຟ້ອນ​ລຳ​ທຳ​ເພງທີ່​ມີ​ສີສັນຫຼາກ​ຫຼາຍ​ຂອງ​ບັນດາ​ພື້ນຖານ​ວັດທະນະທຳ​ທີ່​ແຕກ​ຕ່າງ​ກັນ.

ຂ່າວ/ບົດ​ອື່ນ