ພົບປະກັບບັນດາແບບຢ່າງທີ່ດີເດ່ັນກ່ຽວກັບການຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ

ພົບປະກັບບັນດາແບບຢ່າງທີ່ດີເດ່ັນກ່ຽວກັບການຮ່ຳຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດໂຮ່ຈີມິນ - ảnh 1
(ງານ​ພົບ​ປະ​ແລກປ່ຽນ​ກັບແບບຢ່າງ​ທີ່​ດີ​ເດັ່ນ​ໃນການ​ຮ່ຳຮຽນ ​ແລ​ະ
ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ໂຮ່ຈີ​ມິນ​)

(vovworld) -  ຕອນ​ບ່າຍ​ວັນ​ທີ 27/03, ຢູ່​ນະຄອນ ຫາຍ​ຟ່ອງ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຈັດ​ຕັ້ງງານ​ພົບ​ປະ​ແລກປ່ຽນ​ກັບແບບຢ່າງ​ທີ່​ດີ​ເດັ່ນ​ໃນການ​ຮ່ຳຮຽນ ​ແລ​ະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ໂຮ່ຈີ​ມິນ​ໄລຍະ 2011 – 2015. ບັນ​ດາ​ບຸກຄົນ​ດີ​ເດັ່ນ​ໃນ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​​ແບບຢ່າງ​ຄຸນສົມ​ບັ​ດ​ໂຮ່ຈີ​ມິນໄລຍະ 2011 – 2015 ​ໄດ້ພ້ອມ​ກັນ​ແບ່ງປັນບັນດາ​ບົດຮຽນທີ່​ດີ, ວິທີ​ການ​ເຮັດ​ວຽກ​ທີ່ມີ​ປະສິດທິ​ຜົນ ​​ເຊິ່ງໄດ້ຮັບ​ການຖອດຖອນ​ມາ​ໄດ້ຈາກ​ວິວັດ​ແຫ່ງ​ການ​ຮ່ຳຮຽນ, ປະຕິບັດ​ງານ​ຂອງ​ບັນ​ດາ​ແບບ​ຢ່າງ​ທີ່ດີ​ເດັ່ນ​ໃນ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ໂຮ່ຈີ​ມິນ. ທ່ານ ຫວູວັນ​ງົນ, ປະທານ​ສະມາຄົມ​ນັກຮົບ​ເກົ່າ​ຕາ​ແສງ ​ເຕີນ​ເຢີ​ນ, ​ເມືອງ​ອານ​ຫລາວ, ນະຄອນ ຫາຍ​ຟ່ອງ - ​ແມ່ນ​ໜຶ່ງ​​ໃນ​ບັນດາ​ແບບຢ່າງທີ່​ດີ​ເດັ່ນ​​ໃນການ​ຮ່ຳ​ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ໂຮ່ຈີ​ມິ​ນ​ແບ່ງປັນ​ວ່າ:

        “​​​ໂດຍເປັນ​ຫົວ​ໜ້າ, ​ຂ້າພະ​ເຈົ້າ​ຄິ​ດວ່າ ຕົນ​ເອງ​ຕ້ອງມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ໃກ້ຊິດຕິດ​ແທດ​ກັບ​ສະພາບ​ຕົວ​ຈິງ, ​​ເປັນເສນາ​ທິການ​ຢ່າງຖືກຕ້ອງ​ເພື່ອ​ໃຫ້ຄະນະ​ພັກ​ອຳນາດ​ການ​ປົກຄອງ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ. ທີ​ສອງ ຕົນ​ເອງຕ້ອງປຸກລຸກ​ນ້ຳ​ໃຈ​ຂອງ​ນັກ​ຮົບ​ເກົ່າ​​​ແມ່ນ​ນຳ​ໜ້າ​ເຮັດ​ກ່ອນ, ​ເປັນ​ແບບຢ່າງ. ທີສາມ ​ແມ່ນຕ້ອງ​ປະຕິບັດ​ດີ​ວຽກ​ງານ​ໂຄສະນາ​ຂົນຂວາຍ​ເປັນ​ຢ່າງ​ດີ ພິ​​ເສດ​ແມ່ນ​ລະບົບ​ໂຄສະນາ​ສຶກສາທຸກ​ຂັ້ນ ​ເພື່ອ​ປະຕິບັດ​ວຽກງານ​ແນວ​ຄິດ​ໃຫ້​ດີ”

        ​ເນື່ອງ​ໃນ​​ໂອກາດ​ນີ້, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ໄດ້​ມອບຫຼຽນ​ກາລະ​ນຶກ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ໂຮ່ຈີ​ມິນ​ໄລຍະ 2011 - 2015ໃຫ້​ບັນດາ​ບຸກຄົນ​ທີ່​ດີ​ເດັ່ນ.

 

ຂ່າວ/ບົດ​ອື່ນ