ພົບປະກັບເລຂາຄະນະຊາວໜຸ່ມຕາແສງ, ເທດສະບານດີເດັ່ນຂອງນະຄອນຫຼວງຮ່າໂນ້ຍ ກວ່າ 400 ຄົນ

ພົບປະກັບເລຂາຄະນະຊາວໜຸ່ມຕາແສງ, ເທດສະບານດີເດັ່ນຂອງນະຄອນຫຼວງຮ່າໂນ້ຍ ກວ່າ 400 ຄົນ - ảnh 1
(ກອງ​ປະຊຸມ​ພົບ​ປະ​ກັບເລຂາ​ຄະນະ​ຊາວ​ໜຸ່ມຕາ​ແສງ, ​
ເທດສະບານ​ທີ່ດີ​ເດັ່ນ​ຂອງ​ນະຄອນ​ຮ່າ​ໂນ້ຍ)


(vovworld) -     ຕອນ​ເຊົ້າ​ວັນ​ທີ 15/03, ຄະນະ​ຊາວ​ໜຸ່ມກອມ​ມູນິດ​​ໂຮ່ຈິ​ມິນ ນະຄອນ​ຮ່າ​ໂນ້ຍ ​ໄດ້​ຈັດ​ກອງ​ປະຊຸມ​ພົບ​ປະ​ກັບເລຂາ​ຄະນະ​ຊາວ​ໜຸ່ມຕາ​ແສງ, ​ເທດສະບານ​ທີ່ດີ​ເດັ່ນ​ຂອງ​ນະຄອນ​ຮ່າ​ໂນ້ຍ 423 ຄົນ ​ແລະ ສະຫຼຸບ 10 ປີ​ແຫ່ງ​ການ​ໃຫ້​ສະມາຊິກ​ຊາວ​ໜຸ່ມນະຄອນ​ຮ່າ​ໂນ້ຍ ກຸ້ຢືມ​ທຶນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຟ້າ​ມກວາງ​ຫງີ້, ກຳມະການ​ກົມ​ການ​ເມືອງ, ​ເລຂາຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ ຢືນ​ຢັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ພະນັກງານ​ຊາວ​ໜຸ່ມທຸກ​ຂັ້ນ​ໄດ້​ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ, ສັງຄົມ​ນະຄອນຫຼວງຮ່າ​ໂນ້ຍ, ​ໂດຍ​ສະ​ເພາະ​ແມ່ນ​ປະຕິບັດ​ຄາດໝາຍ​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ບໍ​ລິດ​ເວນ​ນະຄອນຫຼວງ​ຮ່າ​ໂນ້ຍ ​ເຊິ່ງ​ເລ​ຂາຄະນະ​ຊາວ​ໜຸ່ມ​ຕາ​ແສງ, ​ເທດສະບານ​ເມືອງ​ 423 ຄົນ​ເປັນ​ແກ່ນສານ. ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ຊາວ​ໜຸ່ມຕາ​ແສງ, ​ເທດສະບານ​ເມືອງ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ຟ້າ​ມກວາງ​ຫງີ້ ຖື​ວ່າ, ພະນັກງານ​ຊາວ​ໜຸ່ມທຸກ​ຂັ້ນ ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະຊາວ​ໜຸ່ມຈາກ​ຂັ້ນນະຄອນ ຕະຫຼອດ​ຮອດຂັ້ນ​ຮາກຖານ, ​​ໄກ້​ຊິດ​ຕິດ​ແທດ​ກັບໜ້າ​ທີ່​ການ​ເມືອງ​ຂອງ​ນະຄອນ.

        “ພະນັກງານ​ຕາ​ແສງ, ​ເທດສະບານ​ແຕ່ລະຄົນ ຕ້ອງ​ມານະ​ພະຍາຍາມສື​ບຕໍ່​ສູ້​ຊົນ​ຝືກ​ຜົນ​ຫຼໍ່​ຫຼອມຄຸນ​ສົມບັດ​ປະຕິວັດ, ຍົກ​ສູງ​ລະດັບ​ຄວາມ​ຮັບ​ຮູ້ການ​ຮໍ່າຮຽນ ​ແລະ ​ໃນວຽການ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນເພື່ອ​ໃຫ້​ປະຊາຊົນ​ບ່ອນ​ຢູ່​ອາ​ໄສ​ຮໍ່າຮຽນ​ຕາມ. ມີ​ຄວາມ​ເມົາ​​ມົວກັບການ​ປະດິດ​ສ້າງ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ຕົວ​ຈິ່ງ​ຂອງ​ນະຄອນ ປະກອບສ່ວນ​​ເຮັດ​ໃຫ້ນະຄອນຫຼວງ ​ແລະ ປະ​ເທດ​ຊາດ​ເຊື່ອມ​ໂຫຍງຢ່າງ​ໝັ້ນ​ຄົງບົນ​ເສັ້ນທາງ​ພັດທະນາ”.

ຂ່າວ/ບົດ​ອື່ນ