ພົບປະນັກປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຂະແໜງວິທະຍາສາດ-ເຕັກໂນໂລຢີເນື່ອງໃນໂອກາດຕົ້ນປີ

ພົບປະນັກປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດຂະແໜງວິທະຍາສາດ-ເຕັກໂນໂລຢີເນື່ອງໃນໂອກາດຕົ້ນປີ - ảnh 1
ເວທີປາໄສຖືກຈັດຕັ້ງໃນວັນທີ 16/2
(ພາບ: khoahocphattrien.vn)

(vovworld) – ​ກະຊວງ​ວິ​ທະ​ຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ພ້ອມ​ກັບ​ສະມາຄົມ​ຕິດ​ຕໍ່​ພົວພັນ​ກັບ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພົບ​ປະ​ກັບນັກ​ປັນຍາ​ຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໃນ​ວັນ​ທີ 16/2, ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016 ດ້ວຍ​ຫົວ​ຂໍ້​ວ່າ “​ເຊື່ອມ​ຕໍ່ ​ແລະ ປ່ຽນ​ໃໝ່ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ ຫວຽດນາມ ປີ 2016”. ​ເຂົ້າ​ຮ່ວມ​ເວທີ​ປ​າ​ໄສ​ມີ​ຜູ້້​ແທນ​ກ່ວາ 80 ຄົນ​ເຊິ່ງ​ແມ່ນ​ນັກ​ປັນຍາ​ຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ພາຍ​ໃນ​ປະ​ເທດ ​ແລະ ຜູ້ຕາງໜ້າ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ກ່ຽວຂ້ອງ. ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ, ບັນດາ​ນັກ​ປັນຍາ​ຊົນ ​ໄດ້​ຮັບ​ຊາບ​ຂໍ້​ມູນ​ຂ່າວ​ຕ່າງໆ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃໝ່​ຂອງ ຫວຽດນາມ ທີ່​ມີ​ຕໍ່​ຂົງ​ເຂດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ບັນດາ​ໂຄງການ, ​ແຜນການ​ພັດທະນາ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ, ຂົງ​ເຂດ​ຕ້ອງ​ໄດ້​ຮັບ​ການ​ລະດົມ​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​ພ້​ອມກັນຕີ​ລາຄາ​ກ່ຽວ​ກັບ​ບົດບາດ, ຄວາ​ມສາມາ​ດປະກອບສ່ວນ​ຂອງ​ບັນ​ດາ​ນັກ​ປັນຍາ​ຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປ​ະ​ເທດ ສຳລັບ​ພາລະກິດ​ພັດທະນາ​ຂະ​ແໜງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ຫວຽດນາມ, ພ້ອມ​ທັງ​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ລະອຽດ​ເພື່ອ​ແນ​ໃສ່​ດຶງ​ດູດ​ຢ່າງ​ກ້ວາງ​ຂວາງ ​ແລະ ​ເສີມ​ຂະຫຍາຍ​ແຫຼ່ງພຸມ​ປັນຍາ​ຂອງ​ວົງ​ການ​ນັກ​ປັນຍາ​ຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ສຳລັບ​ການ​ພັດທະນາ​ຂອງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ເວົ້າ​ສະ​ເພາະ ​ແລະ ສຳລັບ​ການ​ປ່ຽນ​ໃໝ່, ມີ​ຫົວຄິດ​ປະດິດ​ສ້າງ​ຂອງປະ​ເທດ​ຊາດ​ເວົ້າ​ລວມ.


ຂ່າວ/ບົດ​ອື່ນ