ພົບປະບັນດາເອກອັກຄະລັດຖະທູດ,ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດອາຍຸການ 2017 -2020

(VOVWORLD) -  ເນື່ອງໃນໂອກາດນີ້, ທ່ານ ໂດນຕ໋ວນຟອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນມ ສະເໜີໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເອົາໃຈໃສ່ເຖິງວຽກງານຂົນຂວາຍບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ບັນດາອົງການມະນຸດສະທຳມີຄວາມສາມາດບົ່ມຊ້ອນປະຕິບັດບັນດາໂຄງການມະນຸດສະທຳ, ພັດທະນາຢູ່ ຫວຽດນາມ.
ພົບປະບັນດາເອກອັກຄະລັດຖະທູດ,ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ຢູ່ຕ່າງປະເທດອາຍຸການ 2017 -2020 - ảnh 1ບັນດາຜູ້ແທນເຂົ້າຮ່ວມການພົບປະ 

ຕອນບ່າຍວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ມີການພົບປະກັບຄະນະຜູ້ແທນບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຂອງ ຫວຽດນາມ ຢູ່ຕ່າງປະເທດອາຍຸການ 2017 -2020 ໂດຍທ່ານ ຫວູກວາງມິງ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳລາຊະອານາຈັກ ກຳປູເຈຍ ເປັນຫົວໜ້າຄະນະ. ທີ່ການພົບປະ, ທ່ານ ໂດນຕ໋ວນຟອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສະແດງຄວາມເປັນກຽດ ເມື່ອໄດ້ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ກ່ອນທີ່ຮັບໜ້າທີ່ ແລະ ສະແດງຄວາມເຊື່ອໝັ້ນວ່າ ໃນອາຍຸການປະຕິບັດງານຈະມາເຖິງຂອງຕົນ, ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຈະມີການເຄື່ອນໄຫວຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນວຽກງານການທູດເວົ້າລວມ ແລະ ວຽກງານພົວພັນຕ່າງປະເທດຂອງປະຊາຊົນເວົ້າສະເພາະ. ເນື່ອງໃນໂອກາດນີ້, ທ່ານ ໂດນຕ໋ວນຟອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສະເໜີໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເອົາໃຈໃສ່ເຖິງວຽກງານຂົນຂວາຍບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ບັນດາອົງການມະນຸດສະທຳມີຄວາມສາມາດບົ່ມຊ້ອນປະຕິບັດບັນດາໂຄງການມະນຸດສະທຳ, ພັດທະນາຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ