ພົບປະສັງສັນສະເຫຼີມສະຫຼອງ 70 ປີແຫ່ງວັນເອກະລາດ ສ.ອິນເດຍ

(VOVWORLD) - ຕອນເຊົ້າວັນທີ 14 ສິງຫາ, ສະຫະສະມາຄົມບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ, ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ໂຮ່ຈີມິນ ຈັດຕັ້ງການພົບປະສັງສັນສະເຫຼີມສະຫຼອງ 70 ປີແຫ່ງວັນເລກະລາດ ສ.ອິນເດຍ (15/08/1947 – 15/08/2017). 
ພົບປະສັງສັນສະເຫຼີມສະຫຼອງ 70 ປີແຫ່ງວັນເອກະລາດ ສ.ອິນເດຍ - ảnh 1 ທ່ານນາງ Smita Pant ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ປະຈຳ ນະຄອນ ໂຮ່ຈີມິນ (ພາບ: TTXVN)

ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານນາງ ໂຮ່ທິກີມແອງ ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ: ຫວຽດນາມ ແລະ ອິນເດຍ ໄດ້ກາຍເປັນຄູ່ຮ່ວມມືສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈ ແລະ ນັບມື້ນັບພັດທະນາໃນຫລາຍຂົງເຂດຄື: ການເມືອງ, ເສດຖະກິດ, ວິທະຍາສາດເຕັກນິກ, ການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ. ສ່ວນທ່ານນາງ Smita Pant ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ປະຈຳ ນະຄອນ ໂຮ່ຈີມິນ ປາດຖະໜາວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບນະຄອນ ໂຮ່ຈີມິນ ເພີ່ມທະວີບັນດາການເຄື່ອນໄຫວກ່ວາອີກ ຄືແມ່ນການພົວພັນແລກປ່ຽນວັດທະນະທຳ, ເຊື່ອມຕໍ່ວິສາຫະກິດ, ຍູ້ແຮງບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ສ້າງ ແລະ ພັດທະນາການພົວພັນຮ່ວມມື, ມິດຕະພາບອັນດີງາມລະຫວ່າງ ປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ