ພົບປະສ້າງສັນກັບພະນັກງານການທູດລຸ້ນຕ່າງໆເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສັນຍາ ປາຣີ

(VOVWORLD) - ກອງປະຊຸມ ປາຣີ ແມ່ນກອງປະຊຸມທີ່ແກ່ຍາວທີ່ສຸດໃນປະຫວັດສາດການທູດໂລກ ດ້ວຍຈຸດສຸດຍອດແມ່ນເລື່ອງລົງນາມໃນສັນຍາປາຣີ ເມື່ອວັນທີ 27 ມັງກອນ 1973 ສິ້ນສຸດສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່


ຕອນເຊົ້າວັນທີ 25 ມັງກອນ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ໄດ້ຈັດຕັ້ງການພົບປະສ້າງສັນພະນັກງານການທູດລຸ້ນຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນເຊັນສັນຍາ ປາຣີ (27/1/1973 – 27/1/2018). ທີ່ການພົບປະ, ບັນດາຜູ້ແທນເນັ້ນໜັກວ່າ: ກອງປະຊຸມ ປາຣີ ແມ່ນກອງປະຊຸມທີ່ແກ່ຍາວທີ່ສຸດໃນປະຫວັດສາດການທູດໂລກ ດ້ວຍຈຸດສຸດຍອດແມ່ນເລື່ອງລົງນາມໃນສັນຍາປາຣີ ເມື່ອວັນທີ 27 ມັງກອນ 1973 ສິ້ນສຸດສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່. ພາຍຫຼັງ 45 ປີ, ຄວາມໝາຍ ແລະ ບົດຮຽນຂອງສັນຍາ ປາຣີ ຍັງຮັກສາຄຸນຄ່າເດີມດ້ວຍການເຄື່ອນໄຫວດ້ານການທູດຂອງປະເທດຊາດໃນປະຈຸບັນ. ໄຊຊະນະຂອງກອງປະຊຸມ ແລະ ສັນຍາປາຣີ ໄດ້ເລີ່ມມາຈາກຫຼາຍປັດໄຈ, ໃນນັ້ນ ປັດໄຈສຳຄັນແມ່ນການນຳພາຂອງ ພັກ. ຄວາມຖືກຕ້ອງ ແລະ ຄວາມສະຫຼາດສ່ອງໄສໃນແນວທາງການເຈລະຈາ, ຍຸດທະສາດການເຈລະຈາ, ຍົກອອກບັນດາລັດຖະນະໂຍບາຍຖືກກັບຈຸດເວລາ. ໄປຄຽງຄູ່ກັນນັ້ນ ແມ່ນການກຳແໜ້ນກາລະໂອກາດເພື່ອຍົກອອກບັນດາຍຸດທະສາດຢ່າງຖືກຕ້ອງ.


ຕອບກັບ

ຂ່າວ/ບົດ​ອື່ນ