ພົບປະແລກປ່ຽນການຮ່ວມມືເສດຖະກິດຫວຽດນາມ-ສປປ.ລາວ

ພົບປະແລກປ່ຽນການຮ່ວມມືເສດຖະກິດຫວຽດນາມ-ສປປ.ລາວ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ຄະ​ນະ
(ພາບ: VGP/Thanh Liêm)

(vovworld) – ວັນ​ທີ 22/4, ຢູ່​ຮ່າ​ໂນ້ຍ ທ່ານ​ຫົວໜ້າ​ຄະນະ​ ​ເສດຖະກິດ​ສູນ​ກາງ ​ເວື​ອງດິ່ງ​ເຮ້ວ ​ໄດ້​ຕ້ອນຮັບ ​ແລະ ​​ເຈລະຈາ​ກັບ​ຄະນະ​ຜູ້​ແທນ ​ຄະນະຄົ້ນຄວ້າ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໂດຍ​ທ່ານ ບົວ​ສອນ ບຸບຜາ​ວັນ, ອາ​ດີດ​ນາຍົກລັດຖະມົນຕີລາວ, ຫົວໜ້າ​ຄະນະ ນຳ​ໜ້າ​ຄະນະ​ປະຕິບັດ​ງາ​ນ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແຕ່​ວັນ​ທີ 21-25/4.

      ທີ່​ການ​​ເຈລະຈາ ວັນ​ທີ 22/4, ສອງ​ຄະນະ​ ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ໂລກ, ​ເສດຖະກິດ​ພາກ​ພື້ນ ​ແລະ ​ເສດຖະກິດ​ຂອງ​ສອງ​ປະ​ເທດ. ບັນດາ​ບັນຫາ​ໃຫຍ່​ທີ່ວາງ​ອອກ​ໃນ​ວິວັດ​ການ​ກະກຽມ​ເອກະສານ ​ກອງ​ປະຊຸມ​​ໃຫຍ່ພັກ ຂອງ​ສອງ​ປະ​ເທດ. ສອງ​ຝ່າຍ​ກໍ່​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ລະຫວ່າງ​ຄະນະເສດຖະກິດ​ສູນ​ກາງ​ຫວຽດນາມ ​ແລະ ຄະນະຄົ້ນຄວ້າ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ ພັກ​ປະຊາຊົນ​ປະຕິວັດ​ລາວ​  ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.   ທ່ານ ເວື​ອງດິ່ງ​ເຮ້ວ

ຫົວໜ້າ​ຄະນະເສດຖະກິດ​ສູນ​ກາງຫວຽດນາມ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ລາວ ​ໄລຍະ 2011-2015, ​​ແລະ ແບ່ງປັນ​ບົດຮຽນ​ກັບ​ຝ່າຍ ​ລາວ​ ກ່ຽວ​ກັບ 30 ປີ​ປ່ຽນ​ໃໝ່​ຂອງ​ຫວຽດນາມ​; ສະພາບ​ທີ່​ພົ້ນ​ເດັ່ນ ​ແລະ ບົດຮຽນ​ ​ຕົວ​ຈິງ ​ໃນ​​ແຫ່ງ​ການການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຫວຽດນາມ​ໃນ​ປະຈຸ​ບັນ. ສ່ວນ​ຝ່າຍ​ລາວ, ທ່ານ​ຫົວໜ້າ​ຄະນະ​ຄົ້ນຄວ້າ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ ພັກ​ປະຊາຊົນ​ປະຕິວັດ​ລາວ ບົວ​ສອນ ບຸບຜາ​ວັນ ປາດ​ຖະໜາ ຢາກ​ແລກປ່ຽນ, ​ແບ່ງປັນ​ ບົດຮຽນ​ກະກຽມ​ບັນດາ​ເອກະສານ​ທີ່​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ພັກ​ປະຊາຊົນ​ປະຕິວັດ​ລາວ.


ຂ່າວ/ບົດ​ອື່ນ