ພົບປະແລກປ່ຽນປະຈຳປີລະຫວ່າງສະຖານທູດຫວຽດນາມແລະສະຖານທູດລາວຢູ່ອາເມລິກາ

ພົບປະແລກປ່ຽນປະຈຳປີລະຫວ່າງສະຖານທູດຫວຽດນາມແລະສະຖານທູດລາວຢູ່ອາເມລິກາ - ảnh 1
(ທ່ານຟ້າ​ມກວາງ​ວິ​ງ ​ເອກ​ອັກຄະ​ລັດຖະທູດ
 ຫວຽດນາມ ປະຈຳ ອາເມລິກາ)

(vovworld) – ສະຖານທູດ ຫວຽດນາມ ​ແລະ ສະຖານທູດ ລາວ ຢູ່​ນະຄອນຫລວງ ວໍ​ຊິງ​ຕັນ DC, ອາ​ເມ​ລິ​ກາ, ຫາ​ກໍ​ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນ​ປະຈຳ​ປີ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ພະນັກງານ 2 ປະ​ເທດ​ຈຳນວນ​ຫລວງຫລາຍ. ນະ​ທີ່​ນີ້, ທ່ານຟ້າ​ມກວາງ​ວິ​ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ​ແລະ ທ່ານ​ ໄມ ​ໄຊ​ຍະ​ວົງ ​ເອກ​ອັກຄະ​ລັດຖະທູດ ລາວ ຢືນຢັນ​ວ່າ: ການ​ພົບ​ປະ​ແລກປ່ຽນ​ແມ່ນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ ​ແລະ ສະຖານທູດ 2 ປະ​ເທດ​​ຢູ່ທຸກ​ປະ​ເທດໃນ​ໂລກ, ປະກອບສ່ວນ​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ. ​ເອກ​ອັກ​ຄະ​ລັດຖະທູດທັງ 2 ທ່ານ ກໍ​ສະ​ແດງ​ຄວາມ​ຫວັງ​ຢາກໃຫ້ 2 ຝ່າຍ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ, ຊຸກຍູ້​ການ​ພົວພັນ​ກັບປະ​ເທດປະຈຳ​ຖິ່ນບົນພື້ນຖານ 2 ຝ່າຍ​ກໍ​ຄື​ໃນພາກ​ພື້ນ ອາ​ຊຽນ ກ່ວາ​ອີກ. ທ່ານຟ້າ​ມກວາງ​ວິ​ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ​ແລະ ທ່ານ ໄມ ​ໄຊ​ຍະ​ວົງ ​ເອກ​ອັກຄະ​ລັດຖະທູດ ລາວ ​ເຊື່ອໝັ້ນ​ວ່າ: ບັນດາ​ການ​ພົບ​ປະ​ແລກປ່ຽນ​ຍາມ​ໃດ​ກໍ​ແມ່ນ​ກາລະ​ໂອກາດ​ດີ ​ເພື່ອ​ໃຫ້​ບັນດາ​ພະນັກງານ, ຄອບຄົວ​ເພີ່ມ​ທະວີ​ການ​ພົວພັນ​ວຽກ​ງານ ​ແລະ ສ່ວນ​ບຸກຄົນ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ບົດຮຽນ, ​ແມ່ນ​ຂົວ​ຕໍ່​ໃນ​ການ​ຮ່ວມ​ມື​ກັບປະ​ເທດປະຈຳ​ຖິ່ນ.

 

ຂ່າວ/ບົດ​ອື່ນ