ພົບເຫັນຊາກສົບຊາວລີ້ໄພ133ຄົນຢູ່ຝັ່ງທະເລລີບີ

ພົບເຫັນຊາກສົບຊາວລີ້ໄພ133ຄົນຢູ່ຝັ່ງທະເລລີບີ - ảnh 1
(ພາບປະກອບ)

(vovworld) – ​ ​ ວັນ​ທີ 05/06, ສະພາກ​າ​ແດງ ລີ​ບີ ​ໃຫ້​ຮູ້​ວ່າ: ​ໄດ້​ຊອກ​ເຫັນ​ຊາກ​ສົບ​ຂອງ​ຊາວ​ລີ້​ໄພ​ລວມທັງ​ໝົດ 133 ຄົນ ທີ່​ຖືກ​ຜັດ​ເຂົ້າ​ຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ​ຂອງ ລີ​ບີ ​ໃນ​ຊຸມ​ວັນ​ມໍ່ໆ​ມາ​ນີ້. ​ໂຄສົກ​ຂອງ​ສະພາກາ​ແດງ ລີ​ບີ ທ່ານ Al – Khalis al – Bosaifi ​ເວົ້າ​ວ່າ: ​ໃນ​ຈຳ​ນວນ​ຜູ້​ປະສົບ​ເຄາະ​ຮ້າຍ ​ແມ່ຍິງ​ກວມປະມານ ¾ ​. ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ນີ້ ​ໄດ້​ຊອກ​ເຫັນ​ຢູ່​ຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ນະຄອນ Zuwara. ​ເຈົ້າ​ໜ້າ​ທີ່ ລີ​ບີ ​ໃຫ​້ຮູ້ຕື່ມອີກ​ວ່າ: ບັນດາ​ຊາວ​ອົບ​ພະຍົບຖື​ກປະສົບ​ເຄາ​ະຮ້າຍ​ບໍ່​ມີ​ໜັງສື​ປະຈຳ​ຕົວ​ໃດໆ ​ ດັ່ງ​ນັ້ນ​ເລື່ອງ​ກຳນົດ​ສັນ​ຊາດປະສົບ​ກັບຫຍຸ້ງຍາກ​ຫລາຍ​ຢ່າງ, ​ແຕ່​ຢືນຢັນ​ວ່າ ບັນ​ດາ​ຜູ້​ປະສົບ​ເຄາະ​ຮ້າຍ​ດັ່ງກ່າວ ສ່ວນ​ຫລາຍ​ແມ່ນ​​ມາ​ຈາກ​ອະນຸ​ພາກ​ພື້ນ Sahara ທະວີບ ອາ​ຟຣິກກາ. ​ໃນ​ໄລຍະ​ເວລາ​ມໍ່ໆ​ມາ​ນີ້, ສະພາບ​ການຂ້າມ​ທະ​ເລ​ໄປ​ຫາ ​ເອີ​ລົບ ຂອງ​ຊາວ​ອົບ​ພະຍົບ ​ໄດ້​ຫລຸດ​ລົງ​ ພາຍຫລັງ​ທີ່​ບັນດາ​ປະ​ເທດ Balkan ປິດ​ດ່ານ​ຊາຍ​ແດນ ​ເພື່ອ​ສະກັດ​ກັ້ນ​ກະ​ແສ​ຊາວ​ອົບ​ພະຍົບ​ເຂົ້າ ​ເອີ​ລົບ

ຂ່າວ/ບົດ​ອື່ນ