ພົບເຫັນຜູ້ເຂົ້າເມືອງຢ່າງຜິດກົດໝາຍ 16 ຄົນໃນຕູ້ຄອນແທັນເນີຢູ່ເຮືອບັກມຸ່ງຳໄປໜ້າໄປຫາອຽກລັງ

(VOVWORLD) -ວັນທີ 21 ພະຈິກ, ມີຜູ້ເຂົ້າເມືອງຢ່າງຜິດກົດໝາຍ 16 ຄົນມາຈາກຕາເວັນອອກກາງ ທີ່ໄດ້ພົບເຫັນໃນລົດຕູ້ຄອນແທັນເນີ ທີ່ອັດຝາແຈບສະນິດໃນເຮືອບັກທີ່ເດີນທາງຈາກຝລັ່ງ ໄປອຽກລັງ.
ພົບເຫັນຜູ້ເຂົ້າເມືອງຢ່າງຜິດກົດໝາຍ 16 ຄົນໃນຕູ້ຄອນແທັນເນີຢູ່ເຮືອບັກມຸ່ງຳໄປໜ້າໄປຫາອຽກລັງ - ảnh 1(ພາບປະກອບ: News Ireland/TTXVN)

ແຈ້ງການຈາກຕຳຫຼວດອຽກລັງ ໃຫ້ຮູ້ວ່າ, ຈຳນວນ 16 ຄົນນັ້ນລ້ວນແຕ່ແມ່ນຜູ້ຊາຍ ແລະ ໄດ້ພົບເຫັນໃນການກວດກາປົກກະຕິ ເມື່ອເຮືອບັກນັ້ນພວມເດີນທາງຈາກທ່າກ່ຳປັ່ນ Cherbourg ຂອງຝລັ່ງ ໄປຍັງ Rosslare ຢູ່ທິດຕາເວັນອອກສ່ຽງໃຕ້ອຽກລັງ. ກ່ຽວກັບສຸຂະພາບຂອງ 16 ຄົນດັ່ງກ່າວນັ້ນແມ່ນແຂງແຮງດີ. ປະຈຸບັນ, ຕຳຫຼວດພວມກວດກາລົດຕູູ້ຄອນແທັນເນີຄັນດັ່ງກ່າວ ເຊິ່ງກ່ອນນີ້ເຄີຍເປັນກຳມະສິດຂອງບໍລິສັດທີ່ມີສຳນັກງານຕັ້ງຢູ່ອຽກລັງ.

        ກ່ອນໜ້ານັ້ນ, ວັນທີ 19 ພະຈິກ, ບັນດາເຈົ້າໜ້າທີ່ໂຮນລັງ ກໍ່ພົບເຫັນຜູ້ເຂົ້າເມືອງຢ່າງຜິດກົດໝາຍ 25 ຄົນໃນລົດຂົນສົ່ງທີ່ຫາກໍ່ອອກຈາກໂຮນລັງ ແລະ ພວມເດີນທາງໄປອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ