ພິມຈຳໜ່າຍປື້ມ “70 ປີ ແຫ່ງວັນແຂ່ງຂັນຮັກຊາດ (1948 – 2018)

(VOVWORLD) -“70 ປີ ແຫ່ງການແຂ່ງຂັນຮັກຊາດ (1948 – 2018)” ແມ່ນຊື່ປື້ມເຫຼັ້ມໜຶ່ງ ໂດຍສຳນັກຂ່າວສານຫວຽດນາມສົມທົບກັບຄະນະແຂ່ງຂັນຍ້ອງຍໍມອບລາງວັນສູນກາງ ຮຽບຮຽງ ແລະ ພິມຈຳໜ່າຍໃນຫວ່າງແລ້ວນີ້.

ພິມຈຳໜ່າຍປື້ມ “70 ປີ ແຫ່ງວັນແຂ່ງຂັນຮັກຊາດ (1948 – 2018) - ảnh 1 ໜ້າປົກປື້ມ “70 ປີ ແຫ່ງການແຂ່ງຂັນຮັກຊາດ (1948 – 2018)”

(ພາບ: TTXVN)

ນີ້ແມ່ນການກະທຳທີ່ແທດຈິງ, ມີຄວາມໝາຍເລິກເຊິ່ງ ກົງກັບໂອກາດທົ່ວປະເທດສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈີມິນຮຽກຮ້ອງການແຂ່ງຂັນຮັກສາຊາດ ( 1948 – 2018).        ປື້ມ “70 ປີ ແຫ່ງການແຂ່ງຂັນຮັກຊາດ (1948 – 2018)” ໄດ້ລວບລວມຮູບພາບປະມານ 300 ແຜ່ນ ພ້ອມກັບບາງເອກະສານ ແລະ ບົດຂຽນທີ່ມີລັກສະນະສັງລວມບັນດາບົດຮຽນທີ່ຖອດຖອນມາໄດ້ຜ່ານຂະບວນການແຂ່ງຂັນຮັກຊາດ ແຕ່ກອງປະຊຸມໃຫຍ່ແຂ່ງຂັນທົ່ວປະເທດເທື່ອທຳອິດ (ເດືອນ 5/1952) ຮອດກອງປະຊຸມແຂ່ງຂັນທົ່ວປະເທດເທື່ອທີ IX ( ເດືອນ 12/2015).

        ວັນທີ 11 ມິຖຸນາ 1948, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງພາກໃຕ້ທຳການຕໍ່ຕ້ານ, ປະທານໂຮ່ຈີມິນໄດ້ຮຽກຮ້ອງແຂ່ງຂັນຮັກຊາດ, ປຸກລະດົມຂະບວນການຮັກຊາດໃນທົ່ວພັກ, ທົ່ວກອງທັບ ແລະທົ່ວປວງຊົນ ຢ່າງເປັນທາງການ. ປະທານໂຮ່ຈີມິນມີຄວາມປາດຖະໜາວ່າທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບແຂ່ງຂັນຮັກຊາດ ນັ້ນແມ່ນຕໍ່ສູ້ຕ້ານໄພອຶດຫິວ, ຕໍ່ສູ້ຕ້ານຄວາມໂງ່ຈ້້າ, ຕໍ່ສູ້ຕ້ານສັດຕູຕ່າງດ້າວ. ປະທານໂຮ່ຈີມິນໄດ້ຍົກການແຂ່ງຂັນດັ່ງກ່າວຂຶ້ນສູ່ລະດັບແນວຄິດສູງຄື: “ການແຂ່ງຂັນແມ່ນຮັກຊາດ, ຮັກຊາດຕ້ອງແຂ່ງຂັນ”. ນັບແຕ່ຄາວນັ້ນ, ວັນທີ 11 ມິຖຸນາຂອງແຕ່ລະປີໄດ້ກາຍເປັນ “ວັນແຂ່ງຂັນຮັກຊາດ”.

ແລະ ກໍເນື່ອງໃນໂອກາດດັ່ງກ່າວ, ວັນທີ 28 ພຶດສະພາ, ຢູ່ຫໍວາງສະແດງ ເຮືອນເລກທີ 45 ຖະໜົນຈ່າງຕຽນຮ້າໂນ້ຍ, ຄະນະຈັດຕັ້ງດັ່ງກ່າວ ກໍໄດ້ຈັດຕັ້ງງານວາງສະແດງຮູບພາບ ໂດຍມີທ່ານນາງຮອງປະທານປະເທດຫວຽດນາມ ຟ້າມທິຫງອັກທິ້ງ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າໄຂງານວາງສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ