ພິມ​ຈຳໜ່າຍ​ປຶ້​ມ ປະຕິທິນ​ກ່ຽວ​ກັບ ​ປະທານ​ໂຮ່ຈິ​ມິນ

ພິມ​ຈຳໜ່າຍ​ປຶ້​ມ ປະຕິທິນ​ກ່ຽວ​ກັບ ​ປະທານ​ໂຮ່ຈິ​ມິນ - ảnh 1

(ພາບ:dantri.com.vn)

(VOV)- ຊຸດປຶ້​ມປະຕິທິນ “ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“ ​ໄດ້​ຮັບ​ການ​ຮັບ​ຮູ້​ສະຖິຕິ​ແມ່ນ “ປຶ້​ມປະຕິທິນ​ໂຮ່ຈິ​ມິນ​ ໄດ້​ພິມ​ຈຳໜ່າຍ​ຢູ່​ຫວຽດນາມ ​ເປັນຄັ້ງທຳ​ອິດ“. ນີ້​ແມ່ນຊຸດ​ປຶ້ມປະຕິທິນ​ພິ​ເສດ​ທັງ​ຮູບ​ການ ​ແລະ ​ເນື້ອ​ໃນ​ຊື່​ງ​ໄດ້​ຮັບ​ການ​ຮຽບຮຽງ​ຢ່າງ​ລະອຽດ​ໃນ​ເວລາ​ກ່ວາ 3 ປີ. ຊຸດ​ປຶ້ມ​ປະຕິທິນ​ດັ່ງກ່າວ​ໄດ້​ຮັບ​ການ​ອອກ​ແບບ​ແບບ​ບູຮານ​ແຕ່​ທັນ​ສະ​ໄໝ​ດ້ວຍ​ຮູບ​​ແຕ້ມ 200 ​ແຜ່ນ​ຂອງ​ລຸງ​ໂຮ່. ​ໃນ​ປຶ້ມປະຕິທິນ​ນີ້​ມີ​ 365 ຄຳ​ເວົ້າຂອງ​ປະທານ​ໂຮ່ຈິ​ມິນ ຊື່​ງ​ແມ່ນ​ບັນດາ​ຄຳ​ຮຽກຮ້ອງ, ຄຳ​ສັ່ງສອນ, ລະດົມຂອງ​ເພິ່ນ​ທີ່​ຝາກ​ເຖິງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ອ້າຍ​ນ້ອງ​ເພື່ອນ​ມິດ​ທີ່​ຮັກຫອມ​ສັນຕິພາບ​ໃນ​ໂລກ​. ພ້ອມ​ກັນນັ້ນ​ແມ່ນ​ຄັດກາບກອນ​ຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ ​ 365 ຕອນ​ຊື່​ງ​ໄດ້​ຊ່ວຍ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ກ່ຽວ​ກັບ​ປະທານ​ໂຮ່​ຈິ​ມິນ ​ກ່ວາອີກຄື​ດັ່ງ “ນັກ​ວັດ​ທະນະ​ທຳ​ດີ​ເລີດ“ ​ໂດຍ​ອົງການ​ອູ​ແນ​ສ​ໂກ​ໄດ້​ເຊີດ​ຊູ.

ຂ່າວ/ບົດ​ອື່ນ