ພວກ​ກະ​ບົດ​ ຕາ​ລີ​ບານ​ເພີ່ມ​ທະ​ວີ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ວັນທີ 17 ພຶດສະພາ, ພວກກະບົດຕາລີບານໄດ້ບຸກໂຈມຕີປ້ອມປ້ອງກັນຄວາມສະຫງົບແຫ່ງໜຶ່ງຢູ່ແຂວງ Logar ທາງພາກຕາມເວັນອອກອອກອາບການິດສະຖານ ເຮັດໃຫ້ພະນັກງານປ້ອງກັນຄວາມວະຫງົບ 8 ຄົນເສຍຊີວິດ ແລະ 5 ຄົນຖືກຮັບບາດເຈັບ.
ພວກ​ກະ​ບົດ​ ຕາ​ລີ​ບານ​ເພີ່ມ​ທະ​ວີ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ອາບ​ກາ​ນິດ​ສະ​ຖານ - ảnh 1

ກຳລັງປ້ອງກັນຄວາມສະຫງົບ ອາບການິດສະຖານໄປກວດກາຢູ່ສະຖານທີ່ເກີດເຫດບຸກໂຈມຕີຢູ່ນະຄອນ Gardez ແຂວງ Paktia ອາບການິດສະຖານ (ພາບ: THX/TTXVN)

ກ່ອນໜ້ານັ້ນ, ໃນວັນທີ 16 ພຶດສະພາ, ວົງການເຈົ້າໜ້າທີ່ອາບການິດສະຖານໃຫ້ຮູ້ວ່າ ຕາລີບານໄດ້ເຂັ່ນຂ້ານັກຮົບຂອງລັດຖະບານຢ່າງໜ້ອຍສຸດ 11 ຄົນໃນບັນດາເຫດບຸກໂຈມຕີຕ່າງໆ ທີ່ແນໃສ່ບັນດາປ້ອມປ້ອງກັນຄວາມສະຫງົບຢູ່ 2 ແຂວງ ເຊິ່ງແມ່ນແຂວງ Paktia ທາງພາກຕາເວັນອອກ ແລະ ແຂວງ Ghor ທາງພາກກາງ. ທ່ານ Ashraf Ghani ປະທານາທິບໍດີ ອາບການິດສະຖານ ໄດ້ມີຄຳສັ່ງໃຫ້ ບັນດາກຳລັງປ້ອງກັນຄວາມສະຫງົບເຊື່ອມຕໍ່ບັນດາຍຸດທະສາດກວາດລ້າງພວກກະບົດ.

ບັນດາເຫດການໃຊ້ຄວາມຮູນແຮງໄດ້ເກີດຂຶ້ນກົງກັບວັນທີ່ ທ່ານ Ashraf Ghani ແລະ ທ່ານ Abdullah ລົງນາມໃນຂໍ້ຕົກລົງແບ່ງສິດອຳນາດ, ຜ່ານນັ້ນກໍ່ຢຸດຕິບັນດາຂໍ້ຂັດແຍ່ງທີ່ ດຸເດືອດ ເຊິ່ງແກ່ຍາວມາເປັນເວລາຫຼາຍເດືອນ ອັນໄດເຮັດໃຫ້ອາບການິດສະຖານຕົກເຂົ້າສູ່ສະພາບວິກິດການດ້ານການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ