ພວກກະບົດຕາລີບານຄວບຄຸມເຄິ່ງນະຄອນKunduz

ພວກກະບົດຕາລີບານຄວບຄຸມເຄິ່ງນະຄອນKunduz - ảnh 1
(ພາບປະກອບ: TTXVN)

(vovworld) – ວັນ​ທີ 28/09, ຕຳຫຼວດ​ອາບ​ກາ​ນິສຖານ ​ໃຫ້​ຮູ້​ວ່າ, ຕາ​ລີ​ບານ ​​ໄດ້​ຄວບ​ຄຸມ​ເຄິ່ງນະຄອນ Kunduz, ​ເມືອງ​ເອກ​ແຂວງ Kunduz, ພາຍຫຼັງ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ນະຄອນທີ່​ຫາງ​ຈາກ​ນະຄ​ອນຫຼວງ Kabul ​ໄປ​ທາງ​ທິດ​ເໜືອ​ 250 ກ.ມ. ກ່າວຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ​ໂຄສົກ​ຕ​ຳຫຼວດ​​ແຂວງ Kunduz, Sarwar Hussaini ຢັ້ງຢືນ​ວ່າ, ບັນດາ​ມື​ປືນ​ຕາ​ລິ​ບານ ​ໄດ້​ບຸກ​ເຂົ້າ​ນະ​ຄອນ​ພາຍຫຼັງ​ຖືກ​ເສຍ​ຫາຍ​ໃນ​ການ​ປະ​ທະ​ກັນ. ຕາມ​ຕົວ​​ເລກ​ສະຖິຕິ​ໃນ​ເບື້ອງ​ຕົ້ນ, ຢ່າງ​ໜ້ອຍ​ສຸດມີ​ມື​ປືນຕາ​ລີ​ບານ ​20 ຄົນເສຍ​ຊີວິດ ໃນບັນດາ​ການ​ປະ​ທະ​ກັນ. ປະຈຸ​ບັນ, ຕາ​ລີ​ບານ ພວມ​ປິ​ດລ້ອມ​ສຳນັກງານ​ຕຳຫຼວດ​ແຂວງ. ທ່ານ​ຮອງ​ໂຄສົກ​ກະຊວງ​ພາຍ​ໃນ Najiib Danesh ກໍ​ຢັ້ງຢືນ​ຂໍ້​ມູນ​ດັ່ງກ່າວ ​ແລະ ​ໃຫ້​ຮູ້​ວ່າ, ກຳລັງ​ຊ່ວຍ​ໜູນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ທີ່​ນີ້.

ຂ່າວ/ບົດ​ອື່ນ