ພະຍຸ Haiyan ເຮັດໃຫ້ 18 ຄົນເສຍຊີວິດ ແລະ ຫາຍສາບສູນ, 81 ຄົນຮັບບາດເຈັບ

ພະຍຸ Haiyan ເຮັດໃຫ້ 18 ຄົນເສຍຊີວິດ ແລະ ຫາຍສາບສູນ, 81 ຄົນຮັບບາດເຈັບ - ảnh 1
ພະຍຸ Haiyan ພັດເຂົ້າແຂວງກວາງນິງ
(ພາບ: vnexpress.net)


(vovworld) - ໄລ່ມາຮອດເວລາ 18 ໂມງ 30 ນາທີ, ວັນທີ 11/11, ພະຍຸ Haiyan ​ໄດ້​ເຮັດ​ໃຫ້ 14 ຄົນ​ເສຍ​ຊີວິດ, 4 ຄົນ​ຫາຍ​ສາບ​ສູນ, 81 ຄົນ​ຮັບ​ບາດ​ເຈັບ, ສ່ວນ​ຫຼາຍ​​ແມ່ນ​ໃນ​ຂະນະ​ພວມ​ສ້ອມແປ​ງ​ເຮືອນ, ຕັດ​ຕົນ​ໄມ້ ​ເພື່ອ​ຮັບ​ມື​ກັບ​ພະຍຸ. ປະຈຸ​ບັນ, ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ແຂວງ ກວາງ​ນິງ ​ໄດ້​ຈັດສົ່ງ​ພະນັກງານ, ນັກຮົບ​ສົມທົບ​ກັບ​ກຳລັງ​ຢູ່​ກັບ​ທີ ​ຊອກ​ຫາ 4 ຄົນ​ຖືກ​ຫາຍ​ສາບ​ສູນ​ໃນ​ບໍລິ​ເວັນ​ແຂວງ ຢ່າງຮີບ​ດ່ວນ.

        ວັນ​ທີ 11/11, ຫ້ອງ​ການ​ຄະນະ​ກຳມະການ​ແຫ່ງ​ຊາດກ່ຽວ​ກັບ​ການ​ຊອກ​ຫາ​ກູ້​ໄພກູ້​ຊີບ - ຫ້ອງການຊີ້​ນຳ​ປ້ອງ​ກັນ, ຕ້ານ​ພະຍຸ​ສູນ​ກາງ​ໄດ້​ມີ​ສານ​ທາງ​ການ​​ສົ່ງ​​ເຖິງຄະນະ​ຊີ້​ນຳ​​ປ້ອງ​ກັນ, ຕ້ານ​ພະຍຸ​ນ້ຳ​ຖ້ວມ ​ແລະ ຊອກ​ຫາ​ກູ້​ໄພ​ກູ້​ຊີ​ບ, ບັນດາ​ແຂວງ​ເຂດ​​ແຄມທະ​ເລ​ຈາກ​ແຂວງກວາງ​ບິ່ງ ຮອດ ​ແຂວງກາ​ເມົາ ​ແລະ ບັນດາ​ກະຊວງ​ຄື: ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ອຸດສາຫະກຳ ​ແລະ ພັດທະນາ​ຊົນນະບົດ, ກະຊວງ​ຄົມມະນາຄົມ​ຂົງສົ່ງ, ຜັນ​ຂະຫຍາຍ​ວຽກ​ງານ​ກຽມພ້ອມ​​ຮັບ​ມື​ກັບຄວາມດັນ​ອາກາດ​ຕໍ່າ ທີ່​ພວມ​ສ້າງ​ຂຶ້ນ ​ແລະ ອາດ​ຈະ​ເພີ່ມ​ຄວາມ​ແຮງ​ກາຍ​ເປັນ​ພະຍຸ​ໃນ​ທະ​ເລ​ຕາ​ເວັນ​ອອກ. ກະຊວງ​ປ້ອງ​ກັນ​ປະ​ເທດ ກໍ່​ມີ​ສານ​ທາງ​ການ​ສົ່ງ​ເຖິງກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາຍ​ແດນ, ກອງ​ບັນຊາ​ການ​ຕຳຫຼວດ​ທະ​ເລ, ​ເຫຼົ່າ​ທັບ​ເຮືອ ຊີ້​ນຳ​ວຽກ​ການ​ກຽມ​ພ້ອມ​ຮັບ​ມື​ກັບຄວາມດັນ​ອາກາດ​ຕໍ່າ.

ຂ່າວ/ບົດ​ອື່ນ