ພະຍຸ ໄຫ່ຢານ ກໍ່ຄວາມເສຍຫາຍອັນໜັກໜ່ວງຢູ່ຟີລິບປີນ

ພະຍຸ ໄຫ່ຢານ ກໍ່ຄວາມເສຍຫາຍອັນໜັກໜ່ວງຢູ່ຟີລິບປີນ - ảnh 1
ຜົນ​ຮ້າຍ​ອັນ​ໜັກ​ໜ່ວງ​ໂດຍ​ພະຍຸ ​ໄຫ່ຢານ
(ພາບອີນເຕີແນດ)


(vovworld) - ລັດຖະບານ ​ແລະ ປະຊາຊົນ​ຟີລິບ​ປີນ ພວມ​ມານະ​ພະຍາຍາມ​ແກ້​ໄຂ​ບັນດາ​ຜົນ​ຮ້າຍ​ອັນ​ໜັກ​ໜ່ວງ​ໂດຍ​ພະຍຸ ​ໄຫ່ຢານ ກໍ່​ຂຶ້ນພາຍຫຼັງທີ່ພັດ​ເຂົ້າ​ເຂດ​ທີ່​ກວ້າງ​ໃຫຍ່​ຂອງ ຟີລິບ​ປີນ. ພະຍຸ ​ໄຫ່ຢານ ​ໄດ້​ທຳລາຍ​ຢ່າງ​ໜັກໜ່ວງ​ເຊິ່ງ​ບໍ່​ເຄີຍ​ມີ​ມາ​ກອນ, ​ເຮັດ​ໃຫ້ປະຊາຊົນ 4,4 ລ້ານ​ຄົນ ຢູ່​ບັນດາ​ເຂດ ​Leyte, Sama ຕາເວັນ​ອອກ, Visayas ຕາ​ເວັນ​ຕົກ ​ແລະ ​ກາງ, ​ເຂດ Bicol ​ແລະ ທິດ​ເໜືອ​ເກາະ Mindanao ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ເຮືອນ​ຢູ່. ພະຍຸ ​ໄຫ່ຢານ ​​ໄດ້​ເຮັດ​ໃຫ້ 10.000 ກ່ວາຄົນ​ເສຍ​ຊີວິດ, ​ສ່ວນ​ຫຼາຍ​ແມ່ນ​ປະຊາຊົນ​ເຂດນະຄອນ Tacloban.

  ຕໍ່ໜ້າ​ບັນດາ​ຜົນ​ເສຍ​ຫາຍຢ່າງ​ໜັກໜ່ວງ​ຂອງ​ຟີ​ລິບ​ປີນ, ທ່ານ​ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຮັບຜິດຊອບ​ບັນດາ​ບັນຫາ​ມະນຸດສະທຳ Valerie Amos ​ໃຫ້​ຮູ້​ວ່າ, ສະຫະ​ປະຊາ​ຊາດ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ໜູນ​ຊ່ວຍ​ລັດຖະບານ ​ແລະ ປະຊາຊົນ​ຟີ​ລິບ​ປີນ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ສາດ. ນອກຈາກ​ນັ້ນ, ລັດຖະບານ​ອັງ​ກິດ, ກາ​ນາ​ດາ, ນິວຊີ​ແລນ, ທະນາຄານ​ໂລກ, ຄະນະ​ກຳມະກາ​ນ​ເອີ​ລົບ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ອຸປະ​ຖຳ​ເງິນ​ເພື່ອ​​ໃຫ້ ຟີ​ລິບ​ປີນ ແກ້​ໄຂ​ຜົນ​ຮ້າ​ຍຢ້ອນ​ຫຼັງຈາກ​ພະຍຸ ​ໄຫ່ຢານ.
ໂດຍ​ໄດ້​ຮັບ​ຂ່າວ​ວ່າ: ພະຍຸ ໄຫ່ຢານ ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ກ່ຽວ​ກັບ​ຊີວິດ​ອິດ​ຊີ ​ແລະ ຊັບ​ສິນ​ຢູ່​ບັນດາ​ແຂວງ​ພາກ​ກາງ ຟິລິບ​ປິນ, ວັນ​ທີ 10/11, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ໄດ້​ຝາກ​ໂທລະ​ເລກ​ຢື້ຢາມ​ຖາມ​ຂ່າວ​ເຖິງ​ທ່ານ​ປະທານາທິບໍດີ ຟິລິບ​ປິນ Benigno S. Aquino 3. ​ໂທ​ລະ​ເລກ​ຢື້​ຢາມ​ຖາມ​ຂ່າວ ​ໄດ້​ຢັ້ງຢືນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​​ໃກ້ຊິດ​ຕິດ​ແທດ​ແບ່ງປັນ​ກັນ​ປະຊາຊົນ ຟິລິບ​ປິນ, ​ໃນ​ຈຸດ​ເວລາ​ອັນ​ຫຍຸ້ງຍາກ​ນີ້ ​ແລະ ບົນ​ຈິດ​ໃຈ​ສາມັກຄີ, ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ ​ແລະ ກັນ, ຫວຽດນາມ ຕົກລົງ​ອຸປະຖຳ​ຢ່າງ​ຮີບ​ດ່ວນ​ຈຳນວນ​ເງິນ​ມີ​ມູນ​ຄ່າ 100.000 USD ​ໃນ​ຕໍ່ໜ້າ​, ໃຫ້​ແກ່​ປະຊາຊົນ ຟິລິບ​ປິນຜູ້​ປະສົບ​ເຄາະ​ຮ້າຍ ແລະຈະສືບຕໍ່ພິຈາລະນາບັນດາມາດຕະການເພື່ອແນໃສ່ຊ່ວຍເຫຼືອໃນຄວາມສາມາດຂອງຕົນ. ຫວັງວ່າ ລັດຖະບານ ແລະ ປະຊາຊົນ ຟິລິບປິນ ຈະແກ້ໄຂຜົນຮ້າຍຢ້ອນຫຼັງຂອງພະຍຸ ແລະ ສ້າງຊີວິດການເປັນຢູ່​ເປັນ​ປົກກະຕິໂດຍໄວ. ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການ​ຕ່າງປະ​ເທດ ຫວຽດນາມ ຟ້າມບິ່ງມິງ ກໍ່ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງລັດຖະມົນຕີກະຊວງການຕ່າງປະເທດ ຟິລິບປິນ Albert F. Del Rosario.

ຂ່າວ/ບົດ​ອື່ນ