ພະຍຸນາຣີພັດເຂົ້າພາກ ກາງຫວຽດນາມ

ພະຍຸນາຣີພັດເຂົ້າພາກ ກາງຫວຽດນາມ - ảnh 1
ພະຍຸ​ນາຣີພັດ​ເຂົ້າດ່າ​ນັງ

(ພາບ: n247.com )

(vovworld)-​​​​ ​ ​ໃນ​ເວລາ 6 ​ໂມງ​ເຊົ້າຂອງ​ວັນ​ທີ 15/10, ພະຍຸ​ນາຣີ ​ໄດ້​ພັດ​ເຂົ້ານະຄອ​ນດ່າ​ນັງ-ກວາງ​ນາມ ດ້ວຍ​ລົມ​ແຮງ​ລະດັບ 11 ​ແລະ ຝົນຕົກ​ຢູ່​ຫຼາຍ​ແຫ່ງ. ທ່ານ​ຟຸ່ງ​ເຕິ​ນວຽດ (Phùng Tấn Viết) ຮອງ​ປະທານ​ຄະນະ​ກຳມະການ ປຊຊ ນະຄອນ​ດ່າ​ນັງ ​ໃຫ້​ຮູ້​ວ່າ: ພະຍຸ​ເລກທີ 11 (ພະຍຸ​ນາຣີ) ​ໄດ້​ເຮັດ​ໃຫ້ 5 ຄົນ​ເສຍ​ຊີວິດ ​ແລະ ​ ​ຂາດໄຟຟ້າ​​ໃນ​ບໍລິ​ເວນ​ກ້ວາງ​ຂວາງ. ເຮືອນ​ຊານຫຼາຍ​ຫຼັງ​ຢູ່​ເມືອງ​ລີ​ເຊີນ, ນະຄອນ​ໂຮ້ນອານ, ​ແຂວງ​ກວາງ​ນາມ ຖືກ​ເປ​ເພ, ການ​ຈໍລະ​ຈອນ​ຖືກ​ຢຸດ​ສະ​ງັກ. ທ່ານ​ຟຸ່ງ​ເຕິ​ນວຽດ (Phùng Tấn Viết) ຮອງ​ປະທານ​ຄະນະ​ກຳມະການ ປຊຊ ນະຄອນ​ດ່າ​ນັງ ​ໃຫ້​ຮູ້​ວ່າ: ​ໄດ້​ຊີ້​ນຳ​ໃຫ້​ຂະ​ແໜງ​ໄຟຟ້າ​ດ່າ​ນັງ ມີ​ມາດ​ຕະການ​ແກ້​ໄຂ​ເພື່ອ​ສະໜອງ​ໄຟຟ້າ​ຄືນ​ໃໝ່​ໃນ​ໄລຍະ​ເວລາ​ໄວ​ທີ່​ສຸດ.

​ທີ່​ການ​ປະຊຸມ​ຂອງ​ຄະນະ​ຊີ້​ນຳ​ປ້ອງກັນ​ພະຍຸ​ນາຣີ ຈັດ​ຂຶ້ນ​ເມື່ອ​ຕອນ​ເຊົ້າວັນ​ທີ 15/10 ຢູ່​ນະຄອນ​ດ່າ​ນັງ, ທ່ານ​ກາວ​ດຶດຟາດ, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ຊົນນະບົດ​ຫວຽດນາມ, ຫົວໜ້າ​ຄະນະ​ຊີ້ນຳການ​ປ້ອງ​ກັນ, ຕ້ານ​ພະຍຸ​ສູນ​ກາງ, ​ໄດ້​ຮຽກຮ້ອງ​ໃຫ້​ກະຊວງ​ຕຳຫຼວດ​ຈົ່ງ​ມີ​ມາດ​ຕະການ​ແກ້​ໄຂ​ເພື່ອ​ໃຫ້​ການ​ຈໍລະ​ຈອນ​ເປັນ​ປົກກະຕິ ​ແລະ ຊີ້​ນຳ​​ບັນດາ​ຫົວໜ່ວຍ​ໂທລະ​ຄົມມະນາຄົມ​ຟື້ນ​ຟູ​ການ​ຕິດ​ຕໍ່​ພົວພັນ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ພະຍຸ:

  “ບັນດາ​ສະຫາຍ​ໃນ​ຂະແໜ​ງໄຟຟ້າ​ພາກ​ກາງ​ຕ້ອງ​ສຸມ​ໃສ່​ຟື້ນ​ຟູ​ລະບົ​ບ​ໄຟຟ້າ​​ໂດຍ ທັນ​ທີ່, ຍ້ອນ​ວ່າ, ຖ້າ​ມີ​ໄຟຟ້າ​ຈຶ່ງ​ສາມາດ​ຕິດ​ຕໍ່​ພົວພັນ​ໄດ້ ​ແລະ ​ໂຮງໝໍ​ຈຶ່ງ​ເຄື່ອນ​ໄຫວ​ໄດ້, ສະນັ້ນ, ການ​ຟື້ນ​ຟູລະບົບ​ໄຟຟ້າ​ແມ່ນວຽກງານ​ຮີບ​ດ່ວນ​ທີ່​ສຸດ. ທີ​ສອງ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ຂອງ ປຊຊ, ມີຫຼາຍ​ຄົນ​ບໍ່​ມີ​ບ່ອນຢູ່ຍ້ອນ​ພະຍຸ​ເຮັດ​ໃຫ້​ເຮືອນ​ຊານ​ຖືກ​ເປ​ເພ, ນັ້ນກໍ່​ແມ່ນ​ວຽກ​ງານ​ທີ່​ຮີ​ບດ່ວນ​ຕ້ອງເຮັດ, ຫລັງ​ຈາກ​ນັ້ນ​ແມ່ນ​ຕ້ອງ​ກະກຽມ​ຮັບ​ມື​ກັບ​ພະຍຸ​ນ້ຳຖ້ວມ​ອີກ“.

   ຕາມ​ການ​ສະຖິຕິ​ໂດ​ຍສັງ​ເຂບ, ​ໄລ່​ຮອດ​ຕອນ​ສວຍ​ວັນ​ທີ 15/10, ພະຍຸ​ນາຣີ ​ໄດ້​ເຮັດ​ໃຫ້ 5 ຄົນ​ເສຍ​ຊີວິດ ​ແລະ​ຫາຍ​ສາບ​ສູນ ​ແລະ 27 ຄົນ​ຖືກ​ບາດ​ເຈັບ, ​ເຮັດ​ໃຫ້​ເຮືອນ​ຊານ​ນັບ​ພັນ​ລັງ​ຖືກ​ເປ​ເພ, ​ເສັ້ນທາງ​ຄົມມະນາຄົມ​ຫຼາຍ​ສາຍ​ບໍ່​ສາມາດ​ຈໍລະ​ຈອນ​ໄດ້, ​ເສົາ​ໄຟຟ້າ​, ຕົ້ນ​ໄມ້​ຖືກ​ຫັກ​ຢູ່​ບັນດາ​ແຂວງ​ພາກ​ກາງ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ