ພະບາດສົມເດັດພະເຈົ້າມະຫາຊີວິດໄທເຊື່ອໝັ້ນວ່າການພົວພັນໄທ-ຫວຽດນາມຈະໄດ້ຮັບການປັບປຸງ

ພະບາດສົມເດັດພະເຈົ້າມະຫາຊີວິດໄທເຊື່ອໝັ້ນວ່າການພົວພັນໄທ-ຫວຽດນາມຈະໄດ້ຮັບການປັບປຸງ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ​ໄທ ຫງວຽນ​ເຕີ​ດ​​ແທ່ງ
(ພາບ: vietnamembassy-thailand)

(vovworld) – ວັນ​ທີ 14/8, ທ່ານ​ເອກ​ອັກ​ຄະ​ລັດຖະທູດ ຫວຽດນາມ ປະຈຳ​ໄທ ຫງວຽນ​ເຕີ​ດ​​ແທ່ງ ​ໄດ້​ຍືນຈົດໝາຍ​ໂດຍ​ນັບ​ມອບ​ກຳມະສິດ​ຕໍ່​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນ ອະດຸນ​ຍະ​ເດັດ ທີ່​ພະລາດ​ຊະ​ວັງ ອາມ​ບາຣາ ຢູ່​ນະຄອນຫຼວງ ບາງກອກ. ທ່ານ​ເອກອັກຄະ​ລັດຖະທູດ ຫວຽດນາມ ຢືນຢັນ​ວ່າ ຈະ​ມານະ​ພະຍາຍາມ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທຸກ​ດ້ານ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ການ​ຊຸກຍູ້​ສ້າງ​ສຳ​ເລັດ ​ແລະ ປະຕິບັດ​​ໂຄງການ​ເຄື່ອນ​ໄຫວ​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຕີ​ດ​ແທ່ງ ຫວັງ​ວ່າດ້ວຍ​ການ​ສະໜັບສະໜູນ​ອັນ​ລ້ຳ​ຄ່າ​ຂອງ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ​ແລະ​ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ, ການ​ພົວພັນ ຫວຽດນາມ - ​ໄທ ຈະ​ພັດທະນາ​ຍິ່ງກ່ວາ​ອີກ​ໃນ​ທຸກ​ຂົງ​ເຂດ​ໃນ​ໄລຍະ​ຈະ​ມາ​ເຖິງ.

    ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ສະ​ແດງ​ຄວາມ​ເພິ່ງພໍ​ໃຈ​ທີ່​ໄດ້​ເຫັນ​ວ່າ​ການ​ພົວພັນ ​ໄທ - ຫວຽດນາມ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງນັບແຕ່​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1976 ​ແລະ ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ນີ້​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ໃນ​ທຸກ​ຂົງ​ເຂດ, ທັງຂອບ​ເຂດ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ປະຊາ​ຄົມ ອາ​ຊຽນ ກະກຽມ​ສ້າງ​ຕັ້ງ​ຂຶ້ນເມື່ອ​ປີ 2015. ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ຢືນຢັນ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຕີ​ດ​ແທ່ງ ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ແຮງ​ ກໍ່​ຄື​ການ​ໜູນ​ຊ່ວຍ​ຢ່າງ​ສູງ​ສຸດ​ຂອງ​ບັນດາ​ອົງການ​ກ່ຽວຂ້ອງ ​ໄທ ​ເພື່ອ​ປະຕິບັດ​ໜ້າ​ທີ່​ຂອງຕົນ​ໃຫ້​ສຳ​ເລັດ.

 

ຂ່າວ/ບົດ​ອື່ນ