ພະ​ລັງ​ງ​ານ, ດິນ​ຟ້າ​ອາ​ກາດ ແລະ ໂຄວິດ - 19 ແມ່ນ​ຫົວ​ຂໍ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢູ່ ​ກອງ​ປະ​ຊຸມສຸດຍອດ EU

(VOVWORLD) -ຄ່າພະລັງງານ, ບັ້ນຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ ກໍ່ຄືການຜັນແປຫຼ້າສຸດທີ່ເປັນໜ້າວິຕົກກັງວົນ ຂອງ ໂລກລະບາດໂຄວິດ - 19 ຈະແມ່ນຫົວຂໍ້ຕົ້ນຕໍ ທີ່ຈະນຳມາປຶກສາຫາລື ຢູ່ ກອງປະຊຸມສຸດຍອດ ສະຫະພາບ ເອີລົບ, ເຊິ່ງຈະດຳເນີນໃນລະຫວ່າງ ວັນທີ 21 – 22 ຕຸລາ ຢູ່ນະຄອນຫຼວງ Brussels, ປະເທດ ແບນຊິກ.

ພະ​ລັງ​ງ​ານ, ດິນ​ຟ້າ​ອາ​ກາດ ແລະ ໂຄວິດ - 19 ແມ່ນ​ຫົວ​ຂໍ້​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢູ່ ​ກອງ​ປະ​ຊຸມສຸດຍອດ EU - ảnh 1ພາບປະກອບ:  multimedia.europarl.europa.eu

ໃນຈົດໝາຍສົ່ງໃຫ້ປະມຸລັກບັນດາປະເທດສະມາຊິກ EU ທີ່ເຊີນມາ ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທຳອິດ ຂອງ EU ພາຍຫຼັງການພັກແລ້ງ, ທ່ານປະທານສະພາເອີລົບ Charles Michel ໄດ້ເນັ້ນໜັກວ່າ ຄ່າພະລັງງານຈະແມ່ນຫົວຂໍ້ໃຫຍ່ທຳອິດ ເຊິ່ງ ການນຳ ເອີລົບ ຄວນປຶກສາຫາລື, ໃນສະພາບການເອີລົບ ພວມປະເຊີນໜ້າກັບວິກິດການດ້ານພະລັງງານ. ໃນ 2 – 3 ອາທິດຜ່ານມາ, ຄ່າພະລັງງານ ເພີ່ມຂຶ້ນຢ່າງແຮງຢູ່ ບັນດາປະເທດເອີລົບເກືອບທັງໝົດ ພວມ, ກໍ່ຜົນສະທ້ອນຢ່າງຫຍໍ້ທໍ້ຕໍ່ ທ່າຟື້ນຟູເສດຖະກິດ ໄລຍະຫຼັງໂລກລະບາດໂຄວິດ - 19 ຂອງ ເອີລົບ ແລະ ໄດ້ກໍ່ຜົນກະທົບໂດຍກົງຢ່າງໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນຢູ່ຫຼາຍປະເທດ.

ພາຍຫຼັງບັນຫາພະລັງງານ, ຫົວຂໍ້ຕ້ານການປ່ຽນແປງຂອງດິນຟ້າອາກາດ ກໍ່ໄດ້ໃຫ້ບຸລິມະສິດ ນຳມາປຶກສາຫາລື ຈາກການນຳເອີລົບ. ທ່ານ Charles Michel ຖືວ່າ ປະເທດເອີລົບ ຄວນສະແດງເປົ້າໝາຍລວມທີ່ມີຄວາມມັກໃຫຍ່ໃຝ່ສູງ ຢູ່ກອງປະຊຸມສຸດຍອດ ກ່ຽວກັບ ດິນຟ້າອາກາດ COP26 ເຊິ່ງຈະໄດ້ດຳເນີນໃນທ້າຍເດືອນນີ້ ຢູ່ Scotland, ລາຊະອານາຈັກອັງກິດ.

ສ່ວນບັນຫາໂລກລະບາດໂຄວິດ - 19, ໃນສະພາບການລະດູໜາວໃກ້ຈະມາຮອດແລ້ວ ແລະ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ພວມມີສັນຍານກັບມາເພີ່ມຂຶ້ນສູງອີກ ຢູ່ບາງປະເທດເອີລົບ, ກອງປະຊຸມສຸດຍອດ EU ກໍ່ຈະຕ້ອງປຶກສາຫາລື ວິທີຍູ້ໄວການສັກວັກຊິນກັນໂຄວິດ - 19, ກໍ່ຄືການໜູນຊ່ວຍວັກຊິນ ໃຫ້ແກ່ບັນດາປະເທດ ຕ່າງໆໃນໂລກ ເພື່ອແນໃສ່ສະກັດກັ້ນ ການແຜ່ລະບາດໃນທົ່ວໂລກ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ