ພະລາຊີນີ ອັງກິດ ປະກາດຮ່າງແຜນການຂອງລັດຖະບານຢູ່ສະພາແຫ່ງຊາດ

(VOVWORLD) - ໃນສູນທອນພົດໄຂສະພາແຫ່ງຊາດຊຸດໃໝ່ຂອງ ອັງກິດ, ວັນທີ 21 ມິຖຸນາ, ພະລາຊີນີ ອັງກິດ Elizabeth II ປະກາດຮ່າງແຜນການຂອງລັດຖະບານສ່ວນນ້ອຍຂອງພັກຮັກສາເດີມ. 
ພະລາຊີນີ ອັງກິດ ປະກາດຮ່າງແຜນການຂອງລັດຖະບານຢູ່ສະພາແຫ່ງຊາດ - ảnh 1ພະລາຊີນີ ອັງກິດ Elizabeth II  (ພາບ: EPA/TTXVN)

ພະລາຊີນີ ອັງກິດ ເຕື້ອງເຖິງແຜນຮ່າງຂອງລັດຖະບານ 24 ສະບັບ, ໃນນັ້ນ ມີ 8 ສະບັບທີ່ກ່ຽວຂ້ອງເຖິງບັນຫາ ອັງກິດ ຖອນຕົວອອກຈາກສະຫະພາບ ເອີລົບ (EU) ຫຼື ເອີ້ນວ່າ Brexit. ພະລາຊີນີ ອັງກິດ Elizabeth II ກໍ່ກ່າວບາງຮ່າງແຜນການຂອງລັດຖະບານທີ່ກ່ຽວຂ້ອງເຖິງການຊຸກຍູ້ພັດທະນາບາງຂະແໜງອຸດສາຫະກຳໃໝ່…ລັດຖະບານໃຫ້ຄຳໝັ້ນສັນຍາຈະພິຈາລະນາຕີລາຄາຄືນໃໝ່ຍຸດທະສາດຕ້ານກໍ່ການການຮ້າຍ, ເພີ່ມທະວີວຽກງານຕ້ານຄືນລັດທິຫົວຮຸນແຮງ…ບັນດາບັນຫາຄືນະໂຍບາຍສັງຄົມສຳລັບຜູ້ສູງອາຍຸ, ການສຶກສາ, ວຽກເຮັດງານທຳກໍ່ໄດ້ເຕື້ອງເຖິງໃນບົດປາໄສໄຂສະພາແຫ່ງຊາດ ອັງກິດ ຂອງ ພະລາຊີນີ ອັງກິດ Elizabeth II.

ຕອບກັບ

ຂ່າວ/ບົດ​ອື່ນ