ພະສົງສຳມະເນັນ, ພຸດທະສາສະນິກກະຊົນຮ່ວມເດີນທາງພ້ອມກັບຊາດຫວຽດນາມ

ພະສົງສຳມະເນັນ, ພຸດທະສາສະນິກກະຊົນຮ່ວມເດີນທາງພ້ອມກັບຊາດຫວຽດນາມ - ảnh 1
ທ່ານ​ຫງວຽນ​ທ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີໄຂວັນ​ບຸນວິ​ສາ​ຂະ​ບູ​ຊາ


(vovworld) – ໂດຍ​ເຈືອ​ຈານ​ເຂົ້າ​ໃນ​ບັນ​ຍາ​ກາດວັນ​ບຸນ​ວິ​ສາ​ຂະ​ບູ​ຊາ ໃນ​ທົ່ວ​ໂລກ, ຕອນ​ເຊົ້າ​ວັນ​ທີ 1/6 ກົງ​ກັບ​ວັນ​ເພັງ​ເດືອນ​ 4 ຕາມ​ຈັນ​ທະ​ປະ​ຕິ​ທິນ, ຢູ່​ວັດ​ກວານ​ຊື້, ຮ່າ​ໂນ້ຍ, ສູນ​ກາງ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ ແລະ ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜານະ​ຄອນ​ຮ່າ​ໂນ້ຍ ໄດ້​ຈັດວັນ​ບຸນ​ວິ​ສາ​ຂະ​ບູ​ຊາ ພ.ສ 2559. ກ່າວ​ຄຳ​ເຫັນ​ທີ່​ພິ​ທີໄຂວັນ​ບຸນ, ທ່ານ​ຫງວຽນ​ທ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ເນັ້ນ​ໜັກ​ວ່າ : 

    “ ພວກ​ເຮົາ​ຫວັງ​ວ່າ ບັນດາ​ຜູ້​ມີ​ຕຳ​ແໜ່ງ​ທາງ​ສາ​ສະ​ໜາ, ພະ​ສົງ​ສຳ​ມະ​ເນັນ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ ທັງ​ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ຂອງ​ນິ​ກາຍ​ຕ່າງໆ​ໃນ​ສາ​ສະ​ໜາພຸດ​ຫວຽດ​ນາມ, ທັງ​ເປີດ​ກ້ວ​າງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ພາຍ​ໃນ​ສາ​ສະ​ໜາ, ນ້ຳ​ໃຈ​ສາ​ມັກ​ຄີ​ລະ​ຫວ່າງ ສາ​ສະ​ໜາພຸດ​ ກັບ​ສາ​ສະ​ໜາ​ອື່ນໆ​ຢູ່​ຫວຽດ​ນາມ. ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ຮັກ​ຊາດ​ຂອງ​ຊາວ​ພຸດ​ຫວຽດ​ນາມ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຕ່າງ​ປະ​ເທດ, ຍາມ​ໃດ​ກໍ​ອ​ວາຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ, ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ຢູ່​ພາຍ​ໃນ​ປະ​ເທດ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ປະ​ຕິ​ບັດ​ພາ​ລະ​ກ​ິດ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ​ຢ່າງ​ມີ​ໄຊ ”

     ໃນ​​ຕອນ​ເຊົ້າວັນ​ດຽວ​ກັນ​ຢູ່ນະ​ຄອນ​ໂຮ່​ຈິ​ມິນ, ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜານະ​ຄອນ​ໂຮ່​ຈິ​ມິນ​ກໍ​ໄດ້​ຈັດ ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ ພ.ສ 2559 ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເລ​ຮົ່ງ​ແອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

 

ຂ່າວ/ບົດ​ອື່ນ