ພະເຈົ້າຈັກກະພັດ Akihito ແລະ ພະມະເຫສີ ຍີ່ປຸ່ນຢ້ຽມຢາມລາດຊະວັງເຫ້ວ

ພະເຈົ້າຈັກກະພັດ Akihito ແລະ ພະມະເຫສີ ຍີ່ປຸ່ນຢ້ຽມຢາມລາດຊະວັງເຫ້ວ - ảnh 1
ພະ​ເຈົ້າ​ຈັກ​ກ​ະ​ພັດ​ Akihito ແລະ ​ພະ​ມະ​ເຫ​ສີ ​ຍີ່​ປຸ່ນຢ້ຽມ​ຢາມ
ກຸງ​ເກົ່າ​ເຫ້ວ

(vovworld)- ສືບ​ຕໍ່​ການ​ຢ້ຽມ​ຢາມ​ທ​າງ​ລັດ​ຖະ​ກິດ​ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 4/3, ພະ​ເຈົ້າ​ຈັກ​ກ​ະ​ພັດ​ Akihito ແລະ ​ພະ​ມະ​ເຫ​ສີ ​ຍີ່​ປຸ່ນ ໄດ້​ໄປ​ຢ້ຽມ​ຢາມ​ລາດ​ຊະ​ວັງ​ເຫ້ວ. ພາຍ​ຫລັງ​ຢ້ຽມ​ຢາມ ວັງ​ທາຍ​ຮ​ວາ, ລາດ​ຊະ​ວັງ​ເຫ້ວ, ພະ​ເຈົ້າ​ຈັກ​ກ​ະ​ພັດ​ Akihito ແລະ ​ພະ​ມະ​ເຫ​ສີ ​ຍີ່​ປຸ່ນ ໄດ້​ຊົມ​ລາຍ​ການ​ສະ​ແດງ​ດົນ​ຕີ​ໃນ​ລາ​ຊະ​ວັງ​ເຫ້ວ ຊື່​ງ​ແມ່ນ​ປະ​ເພດ​ດົນ​ຕີ​ມີ​ຈຸດ​ຄ້າຍ​ຄື​ກັນ​ກັບ​ດົນ​ຕີ​ໃນ​ລາດ​ຊະ​ວັງ​ຂອງ​ຍີ່​ປຸ່ນ. ຕາ​ມ​ບັນ​ດາ​ເອ​ກະ​ສານ​ປະ​ຫວັດ​ສາດ​ແລ້ວ, ດົນ​ຕີ​ໃນ​ລາ​ດຊະ​ວັງ ຍີ່​ປຸ່ນ ມີ​ການ​ພົວ​ພັນ ແລະ ມີ​ຈຸດ​ທີ່​ຄ້າຍ​ຄື​ກັນ​ກັບ​ດົນ​ຕີ​ໃນ​ລາ​ດຊະ​ວັງ​ເຫ້ວ ແຕ່​ສັດ​ຕະ​ວັດ​ທີ 8. ດົນ​ຕີ​ໃນ​ລາດ​ຊະ​ວັງ ຍີ່​ປຸ່ນ ເລີ່ມ​ພັດ​ທະ​ນາ​ແຕ່​ສັດ​ຕະ​ວັດ​ທີ 10 ຫລັງ ຄ​ສ ແມ່ນ​ການ​ປະ​ສົມ​ປະ​ສານ​ບັນ​ດາ​ທຳ​ນອງ ແລະ ບົດ​ເພງ​ຍີ່​ປຸ່ນ ກໍ​ຄື​​ມາຈາກ​ບັນ​ດາ​ປະ​ເທດອື່ນ. ທ່ານ ຟານ​ແທງ​ຫາຍ, ຜູ້​ອຳ​ນວຍ​ການ​ສູນ​ອະ​ນຸ​ລັກ​ຮັກ​ສາ​ປູ​ຊະ​ນີ​ຍະ​ສະ​ຖານ​ກຸ່ງ​ເກົ່າ​ເຫ້ວ ໃຫ້​ຮູ້​ວ່າ:

        “ພະ​ເຈົ້າ​ຈັກ​ກ​ະ​ພັດ​ Akihito ແລະ ພະ​ມະ​ເຫ​ສີ ຍີ່​ປຸ່ນ ມີ​ຄວາມ​ຮັກ​ພິ​ເສດ​ຕໍ່​ມໍ​ລະ​ດົກ. ປີ 2007, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ຄະ​ນະ​ນັກ​ສິ​ລະ​ປິນ​ສະ​ແດງ​ດົນ​ຕີ​ໃນ​ລາດ​ຊະ​ວັງ​ຮ່ວມ​ເດີນ​ທາ​ງ​ກັບ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ມີງ​ຈຽດ ເຂົ້າ​​ສະ​ແດງ​ໃນລາດ​ຊະ​ວັງຢູ່ ໂຕ​ກຽວ. ພະ​ເຈົ້າ​ຈັກ​ກ​ະ​ພັດ​ Akihito ແລະ ພະ​ມະ​ເຫ​ສີ ຍີ່​ປຸ່ນ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ ເພາະ​ດົນ​ຕີ​ໃນ​ລາດ​ຊະ​ວັງ ຍີ່​ປຸ່ນ ແມ່ນ​ມີ​ຕົ້ນ​ກຳ​ເນີດ​ຈາກ​ຫວຽດ​ນາມ. ແຕ່​ສັດ​ຕະ​ວັດ​ທີ 8 ມ​ີ​ນັກ​ບວດ​ຫວຽດ​ນາມ​ຜູ້​ຫນຶ່ງ​ໄດ້​ໄປ​ຍີ່​ປຸ່ນ ແລະ ​ໄດ້ເຜີຍ​ແຜ່​ດົນ​ຕີ​ໃນ​ລາດ​ຊະ​ວັງ. ຜ່ານ​ການ​ຢ້ຽມ​ຢາມນີ້ ພະ​ເຈົ້າ​ຈັກ​ກະ​ພັດ​ຈະ​ມີ​ຄວາມເຂົ້າ​ໃຈກ່ຽວ​ກັບ​ມໍ​ລະ​ດົກ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ອຸ​ດົມ​ສົມ​ບູນ​ຂອງ​ຫວຽດ​ນາມ ຊື່ງ​ໄດ້​ຮັບ​ການ​ຮັບ​ຮອງ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ.”


ຕອບກັບ

ຂ່າວ/ບົດ​ອື່ນ