ພາ​ຍຸ Rai ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ເປັນ​ຈຳ​ນວນຫຼາຍ​ຢູ່ ຟີ​ລິບ​ປິນ

(VOVWORLD) - ຈຳນວນຜູ້ເສຍຊີວິດຍ້ອນພາຍຸ Rai ຢູ່ ຟີລິບປິນໄດ້ເພີ່ມຂຶ້ນເປັນ 208 ຄົນແລ້ວ. 
ພາ​ຍຸ Rai ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ເປັນ​ຈຳ​ນວນຫຼາຍ​ຢູ່ ຟີ​ລິບ​ປິນ - ảnh 1ສະພາບການຢູ່ ແຂວງ Surigao del Norteມ ຟີລິບປິນ ພາຍຫຼັງຖືກລົມພາຍຸພັດເຂົ້າໃນວັນທີ 17 ທັນວາ (ພາບ: TTXVN)

ເຈົ້າໜ້າທີ່ຕຳຫຼວດ ຟີລິບປິນ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດຍ້ອນພາຍຸ Rai ຢູ່ປະເທດນີ້ໄດ້ເພີ່ມຂຶ້ນເປັນ 208 ຄົນແລ້ວ. ນີ້ແມ່ນໜຶ່ງໃນພາຍຸລູກຕ່າງໆທີ່ກໍ່ຜົນເສຍຫາຍຫຼາຍທີ່ສຸດກ່ຽວກັບຊີວິດອິນຊີຢູ່ປະເທດ ອາຊີຕາເວັນອອກສ່ຽງໃຕ້ ໃນຊຸມປີມໍ່ໆມານີ້. ນອກຈາກຈຳນວນຜູ້ເສຍຊີວິດທີ່ໄດ້ຮັບການສະຖິຕິແລ້ວ, ຢ່າງໜ້ອຍສຸດຍັງມີຜູ້ຮັບບາດເຈັບ 239 ຄົນ ແລະ 52 ຄົນຫາຍສາບສູນ ເມື່ອພາຍຸລູກດັ່ງກ່າວພັດເຂົ້າພາກໃຕ້ ແລະ ພາກກາງ ຟີລິບປິນ ໃນວັນທີ 16 ທັນວາ ຜ່ານມາ.

ຕາມການສະຖິຕິຂອງລັດຖະບານ ຟີລິບປິນ ແລ້ວ, ພາຍຸ Rai ໄດ້ສົ່ງຜົນກະທົບເຖິງປະຊາຊົນປະມານ 780.000 ຄົນຢູ່ປະເທດນີ້, ໃນນັ້ນ ມີຫຼາຍກວ່າ 300.000 ຄົນຕ້ອງຍົກຍ້າຍໄປຍັງບ່ອນທີ່ປອດໄພ ແລະ ເຮັດໃຫ້ເຄືອຂ່າຍໂທລະຄົມມະນາຄົມ ແລະ ຕາຂ່າຍໄຟຟ້າຢູ່ 227 ນະຄອນ ຖືກຕັດຕອນ.


 

ຕອບກັບ

ຂ່າວ/ບົດ​ອື່ນ