ພາຍໃຕ້ການຊີ້ນຳນຳພາຂອງພັກ, ປະຊາຊົນຫວຽດນາມ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ

(VOVWORLD) -ມີບັນດາສິ່ງມະຫັດສະຈັນສຳຄັນທີ່ສຸດພາຍໃຕ້ການຊີ້ນຳນຳພາຂອງພັກ ເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້.
ພາຍໃຕ້ການຊີ້ນຳນຳພາຂອງພັກ, ປະຊາຊົນຫວຽດນາມ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ - ảnh 1ທ່ານ ຟ້າມມາຍຮຸ່ງ, ຮອງສາດສະດາຈານ-ປະລິນຍາເອກ,
ຮອງປະທານສະມາຄົມວິທະຍາສາດປະຫວັດສາດຫວຽດນາມ
(ພາບ: thuongtin.hanoi.gov.vn)

ພາຍໃຕ້ການຊີ້ນຳນຳພາຂອງພັກ, ປະຊາຊົນຫວຽດນາມ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ. ນັ້ນແມ່ນຄຳຢືນຢັນຂອງທ່ານ ຟ້າມມາຍຮຸ່ງ, ຮອງສາດສະດາຈານ-ປະລິນຍາເອກ, ຮອງປະທານສະມາຄົມວິທະຍາສາດປະຫວັດສາດຫວຽດນາມ ເມື່ອຕອບສຳພາດຕໍ່ນັກຂ່າວ VOV. ທ່ານ ຟ້າມມາຍຮຸ່ງ, ເນັ້ນໜັກວ່າ, ພັກກອມມູນິດຫວຽດນາມ ຈັດຕັ້ງ, ຊີ້ນຳນຳພາທຸກໄຊຊະນະຂອງການປະຕິວັດຫວຽດນາມ.

        “ຂ້າພະເຈົ້າຖືວ່າ, ມີບັນດາສິ່ງມະຫັດສະຈັນສຳຄັນທີ່ສຸດພາຍໃຕ້ການຊີ້ນຳນຳພາຂອງພັກ ເຊິ່ງປະຊາຊົນຫວຽດນາມ ບັນລຸໄດ້. ສິ່ງມະຫັດທຳອິດທີ່ຫັນນັ້ນແມ່ນ ຮັບໄຊຊະນະຕໍ່ພວກລ່າເມືອງຂຶ້ນ ເຊິ່ງຕາງໜ້ານັ້ນແມ່ນລ່າເມືອງຂຶ້ນຝລັ່ງ. ພາຍໃຕ້ຄັນທຸງຂອງພັກ, ທຸກຄັນທຸງຮັກຊາດລ້ວນແຕ່ມຸ່ງໄປທິດດຽວ. ສຳລັບບັ້ນຮົບ ໂຮ່ຈີມິນ ປະຫວັດສາດ ໄດ້ຮັບໄຊຊະນະຢ່າງໃຫຍ່ຫຼວງ, ພວກເຮົາໄດ້ໂຮມປະເທດຊາດເປັນເອກະພາບໃນວັນທີ 30 ເມສາ 1975. ຂີດໝາຍໜຶ່ງອີກນັ້ນແມ່ນ, ພັກຊີ້ນຳ ແລະ ປ່ຽນແປງໃໝ່ປະເທດຊາດ. ມາຮອດປະຈຸບັນ, ອາດຢືນຢັນໄດ້ວ່າ ໄຊຊະນະຂອງການປ່ຽນແປງໃໝ່ກໍ່ແມ່ນໄຊຊະນະໃຫຍ່ຫຼວງທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ