ພາຍຸໜູນເຂດຮ້ອນ ທາລິມ ຫັນປ່ຽນທິດໄປທາງທິດຕາເວັນຕົກສ່ຽງເໜືອ, ອາດຈະເພີ່ມລະດັບຄວາມແຮງຂຶ້ນ

(VOVWORLD) - ພື່ອເປັນເຈົ້າການຮັບມືກັບພາຍຸ ແລະ ຝົນຕົກໜັກ ທີ່ອາດຈະເກີດຂຶ້ນ, ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ - ຄະນະແຫ່ງຊາດ

ຕາມສູນອຸຕຸນິຍົມ ອຸທົກກະສາດແຫ່ງຊາດ ຫວຽດນາມ ແລ້ວ, ຮອດເວລາ 4 ໂມງເຊົ້າວັນທີ 17 ກໍລະກົດ, ພາຍຸເຂດຮ້ອນ ທາລິມ (ພາຍຸເລກ 1) ໄດ້ຫັນປ່ຽນທິດຕາເວັນຕົກສ່ຽງເໜືອ ດ້ວຍລະດັບຄວາມໄວປະມານ 15 ກມ/ຊົ່ວໂມງ. ກຳລັງແຮງລົມແຮງທີ່ສຸດແມ່ນຂັ້ລະດັບ 11 (103 – 117 ກມ/ໂມງ).

        ເພື່ອເປັນເຈົ້າການຮັບມືກັບພາຍຸ ແລະ ຝົນຕົກໜັກ ທີ່ອາດຈະເກີດຂຶ້ນ, ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ - ຄະນະແຫ່ງຊາດ ກ່ຽວກັບການຮັບມືກັບໄພພິບັດທຳມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ໄດ້ຮຽກຮ້ອງໃຫ້ບັນດາແຂວງ, ນະຄອນ; ບັນດາກະຊວງ, ຂະແໜງການຕິດຕາມ ບັນດາການຜັນແປຂອງພາຍຸຢ່າງໃກ້ຊິດ, ຮຽກຮ້ອງໃຫ້ບັນດາກ່ຳປັ່ນ ເຄື່ອນຍ້າຍອອກຈາກເຂດທະເລອັນຕະລາຍ ຫຼື ຈອດຢູ່ບ່ອນທີ່ປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ