ພາ​ລະ​ກຳ​ການ​ທະ​ຫານ ຂອງ ​ອາ​ເມ​ລິ​ກາ ຢູ່​ອາບ​ກາ​ນິດ​ສ​ະ​ຖານ​ ຈະ​ສິ້ນ​ສຸດ​​ລົງໃນ​ວັນ​ທີ 31 ສິງ​ຫາ ຈະ​ມາ​ເຖິງ

(VOVWORLD) - ໃນບົດກ່າວປາໄສຢູ່ທຳນຽບຂາວ ໃນຕອນບ່າຍວັນທີ 8 ກໍລະກົດ, ກ່ຽວກັບບັນດາຄວາມມານະພະຍາຍາມປິດບັ້ນສົງຄາມທີ່ແກ່ຍາວທີ່ສຸດ ໃນປະຫວັດສາດຂອງ ອາເມລິກາ, ທ່ານປະທານາທິບໍດີ Joe Biden ໄດ້ປະກາດວ່າ ອາເມລິກາ ບໍ່ໄປຍັງ ອາບການິດສະຖານ ເພື່ອສ້າງສາປະເທດນີ້.
ພາ​ລະ​ກຳ​ການ​ທະ​ຫານ ຂອງ ​ອາ​ເມ​ລິ​ກາ ຢູ່​ອາບ​ກາ​ນິດ​ສ​ະ​ຖານ​ ຈະ​ສິ້ນ​ສຸດ​​ລົງໃນ​ວັນ​ທີ 31 ສິງ​ຫາ ຈະ​ມາ​ເຖິງ - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: Bloomberg)

        ທ່ານປະທານາທິບໍດີ ອາເມລິກາ Joe Biden  ໃຫ້ຮູ້ວ່າ ພາລະກຳການທະຫານຂອງ ອາເມລິກາ ຈະສິ້ນສຸດລົງໃນວັນທີ 31 ສິງຫາ ຈະມາເຖິງ, ທ່ານກໍ່ຮຽກຮ້ອງໃຫ້ບັນດາການນຳ ອາບການິດສະຖານ ຈົ່ງມີຄວາມສາມັກຄີກັນ ເພື່ອສະກັດກ້ັນສົງຄາມພາຍໃນປະເທດ ແລະ ນຳພາປະເທດໃນອະນາຄົດ. ທ່ານປະທານາທິບໍດີ Joe Biden ກໍ່ຖືວ່າ ລະດັບຄວາມໄວໃນການຖອນທະຫານແມ່ນມີຄວາມປອດໄພ ໃນຂະນະທີ່ ອາເມລິກາ ຊອກຫາວິທີການຢຸດຕິບັ້ນສົງຄາມທີ່ແກ່ຍາວມາເປັນເວລາເກືອບ 20 ປີ ຢູ່ປະເທດນີ້.

        ໃນບົດກ່າວປາໄສຢູ່ທຳນຽບຂາວ ໃນຕອນບ່າຍວັນທີ 8 ກໍລະກົດ, ກ່ຽວກັບບັນດາຄວາມມານະພະຍາຍາມປິດບັ້ນສົງຄາມທີ່ແກ່ຍາວທີ່ສຸດ ໃນປະຫວັດສາດຂອງ ອາເມລິກາ, ທ່ານປະທານາທິບໍດີ Joe Biden ໄດ້ປະກາດວ່າ ອາເມລິກາ ບໍ່ໄປຍັງ ອາບການິດສະຖານ ເພື່ອສ້າງສາປະເທດນີ້.

        ທ່ານ Joe Biden ກໍ່ຍອມຮັບວ່າ ພາຍຫຼັງບັ້ນສົງຄາມທີ່ແກ່ຍາວມາເປັນເວລາ 20 ປີ, ບັນດາເງື່ອນໄຂດີທີ່ສຸດ ເຊິ່ງ ອາເມລິກາ ເຄີຍຫວັງວ່າ ຈະນຳມາໃຫ້ ອາບການິດສະຖານ ກ່ອນເວລາທີ່ຈະຖອນທະຫານອອກຈາກປະເທດນີ້ ຈະບໍ່ມີວັນປະກົດຜົນເປັນຈິງ. ທ່ານ ກໍ່ສະແດງຄວາມເຊື່ອໝັ້ນວ່າ ກອງທັບ ອາບການິດສະຖານ ຈະປົກປັກຮັກສາໄດ້ປະເທດຊາດ ຕໍ່ໜ້າກຳລັງຕາລີບານ ທີ່ພວມນັບມື້ນັບເຂັ້ມແຂງຂຶ້ນ, ດ້ວຍເຫດຜົນທີ່ວ່າ ທະຫານອາບການິດສະຖານ 300.000 ຄົນ ໄດ້ຮັບການຝຶກແອບ ແລະ ປະກອບອຸປະກອນ ຈາກ ອາເມລິກາ ໃນຕະຫຼອດໄລຍະ 2 ທົດສະວັດທີ່ຜ່ານມາ.

        ທ່ານ ປະທານາທິບໍດີ Joe Biden ໄດ້ຢັ້ງຢືນວ່າ ອາເມລິກາ ຈະບໍ່ປະລະຄຳໝັ້ນສັນຍາ ຊ່ວຍເຫຼືອ ອາບການິດສະຖານ ສ້າງຄວາມສະຖຽນລະພາບ ແລະ ຄວາມປອດໄພ ແລະ ຈະສືບຕໍ່ໜູນຊ່ວຍດ້ານມະນຸດສະທຳ ແລະ ຄວາມໝັ້ນຄົງໃຫ້ແກ່ປະເທດນີ້. ທ່ານກໍ່ປະຕິເສດຄຳເຫັນທີ່ວ່າ ອາເມລິກາ ຈະຕ້ອງຮັບຜິດຊອບກ່ຽວກັບ ຊາວອາບການິດສະຖານ ທີ່ເສຍຊີວິດໃນບັ້ນສົງຄາມພາຍໃນປະເທດ ອາບການິດສະຖານ.

        ແລະກໍ່ໃນວັນທີ 8 ກໍລະກົດ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ກໍ່ໃຫ້ຮູ້ວ່າ ປະເທດນີ້ ໄດ້ຖອນທະຫານເກືອບທັງໝົດ ອອກຈາກ ອາບການິດສະຖານແລ້ວ, ເຊິ່ງຢຸດຕິບົດບາດທາງການ ໃນການປະທະກັນທີ່ໄດ້ແກ່ຍາວມາເປັນເວລາ 2 ທົດສະວັດ ຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ