ພຽງຢາງຮຽກຮ້ອງຢຸດຕິການກະທຳເປັນປໍລະປັກດ້ານການທະຫານໃນແຫຼມເກົາຫຼີ
ຜູ້ນຳ ສ.ປ.ປ.ເກົາຫຼີ ກິມຢົງອຸນ
|
(vovworld)- ວັນທີ 23/1, ສປປເກົາຫຼີສືບຕໍ່ຮຽກຮ້ອງໃຫ້ສ້າງສັນຕິພາບ, ການໄກ່ເກ່ຍປອງດອງກັບ ສ.ເກົາຫຼີ ຂະນະທີ່ໄດ້ກະຕຸກຊຸກຍູ້ ສປປເກົາຫຼີ ຢຸດຕິບັນດາການກະທຳເປັນປໍລະປັກດ້ານການທະຫານໃນແຫຼມເກົາຫຼີ. ຄຳຮຽກຮ້ອງທີ່ຫຼ້າສຸດໄດ້ຖືກຍັກອອກມາມນຈົດໝາຍສະບັບໜຶ່ງໂດຍຄະນະກຳມະການປ້ອງກັນຊາດແຫ່ງລັດ ສປປເກົາຫຼີ ສົ່ງເຖິງການນຳປະເທດສ.ເກົາຫຼີ. ເນື້ອໃນຂອງຈົດໝາຍໄດ້ຊີ້ແຈ້ງວ່າ ສິ່ງສຳຄັນເພື່ອເປີດກ້ວາງເສັ້ນທາງກ້າວໄປສູ່ການປັບປຸງການພົວພັນລະຫວ່າງ 2 ພາກເກົາຫຼີ ແມ່ນຕ້ອງ “ກ້າຫານຕັດສິນ” ເພື່ອຢຸດຕິບັນດາການກະທຳເປັນປໍລະປັກດ້ານການທະຫານ, ຜ່ານຜ່າຮົ້ວກີດຂວາງໃຫຍ່ ນັ້ນແມ່ນການສູ້ຢັນກັນ ແລະ ລະແວງສົງໄສຊຶ່ງກັນແລະກັນ.
ອາທິດແລ້ວນີ້, ສປປເກົາຫຼີໄດ້ຮຽກຮ້ອງໃຫ້ສ້າງສັນຕິພາບກັບ ສ.ເກົາຫຼີ, ສະເໜີໃຫ້ຢຸດຕິ “ ທຸກການກ່າວໂຈມຕີ ແລະ ການກະທຳເກາະຜິດ”, ພ້ອມທັງຮຽກຮ້ອງເຊີອູນລົບລ້າງການຊ້ອມຮົບຮ່ວມກັບອາເມລິກາໃນລະຫວ່າງທ້າຍເດືອນກຸມພາຫາເມສາທີ່ຈະເຖິງ. ແຕ່ ສເກົາຫຼີໄດ້ປະເສດຄຳສະເໜີນີ້ ແລະ ຖືວ່າພຽງຢາງຄວນມີການກະທຳຕົວຈິງເພື່ອກ້າວເຖິງການສ້າງແຫຼມເກົາຫຼີປອດນິວເຄຼຍ.