ພຽງແຕ່ປະຊາຊົນ ເວເນຊູເອລາ ຈຶ່ງມີສິດຕັດສິນອະນາຄົດຂອງຕົນ

(VOVWORLD) - ວັນທີ 02 ມີນາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ອອກຖະແຫຼງການຢືນຢັນວ່າ ມົດສະກູ ພ້ອມແລ້ວທີ່ຈະປຶກສາຫາລືກັບ ວໍຊິງຕັນ ກ່ຽວກັບວິກິດການໃນປັດຈຸບັນຢູ່ ເວເນຊູເອລາ ຖືກຕາມຫຼັກການໃນກົດບັດສະຫະປະຊາຊາດ. 
ພຽງແຕ່ປະຊາຊົນ ເວເນຊູເອລາ ຈຶ່ງມີສິດຕັດສິນອະນາຄົດຂອງຕົນ - ảnh 1ທ່ານລັດຖະມົນຕີ Sergei Lavrov (ພາບ:THX/TTXVN )

ຕາມຖະແຫຼງການດັ່ງກ່າວ, ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ອາເມລິກາ Mike Pompeo ກ່ຽວກັບສະພາບການໃນປັດຈຸບັນຢູ່ ເວເນຊູເອລາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຊີ້ແຈ້ງວ່າ ລັດເຊຍ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາກອງປະຊຸມປຶກສາຫາລືຄືດັ່ງ ອາເມລິກາ ໄດ້ສະເໜີ ກ່ຽວກັບການຈັດຕັ້ງບັນດາກອງປະຊຸມປຶກສາຫາລື 2 ຝ່າຍສຳລັບບັນດາບັນຫາ ເວເນຊູເອລາ. ທ່ານລັດຖະມົນຕີ Sergei Lavrov ກໍ່ຕຳໜິຕິຕຽນບັນດາຄຳເວົ້ານາບຂູ່ຂອງ ວໍຊິງຕັນ ຕໍ່ກັບຄະນະການນຳທີ່ໄດ້ຮັບການເລືອກຕັ້ງຖືກຕ້ອງຕາມກົດໝາຍຂອງ ເວເນຊູເອລາ, ຖືນີ້ແມ່ນ “ການແຊກແຊງຢ່າງຈະແຈ້ງ” ເຂົ້າສະພາບການພາຍໃນຂອງ ເວເນຊູເອລາ ກໍ່ຄື “ລະເມີດ” ກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ