ພໍ່ແມ່ພີ່ນ້ອງຊາວເຜົ່າຈຳ, ແຂວງນິງທ້ວນຕ້ອນຮັບບຸນປີໃໝ່ Kate

ພໍ່ແມ່ພີ່ນ້ອງຊາວເຜົ່າຈຳ, ແຂວງນິງທ້ວນຕ້ອນຮັບບຸນປີໃໝ່ Kate - ảnh 1
(ພາບປະກອບ: dangcongsan)

(vovworld) – ຕອນ​ບ່າຍ​ວັນ​ທີ 11/10 (ກົງ​ກັບ​ວັນ​ທີ 30/06 ຕາມ​ປະຕິທິນ​ເຜົ່າ​ຈຳ) ​ໄດ້​ດຳ​ເນີນ​ພິທີ​ແຫ່​​ເຄື່ອງນຸ່ງ​ພະ​ມານດາ ​ໂຟນື​ແກ່ງ, ຈາກ​​ເຂດ​ພູດ​ອຍ ​ເຟື໋ອກຮ່າ ກັບ​ມາບ້ານ ຈຳ​ຮິວດຶກ​, ​ເມືອງ​ນິງ​ເຟື໋ອກ, ​ແຂວງ​ນິງທ້ວນ, ​ເປີດ​ສາກ​ໃຫ້​ງານ​ບຸນ Kate ປີ 2015. Kate ​ແມ່ນ​ບຸນປະ​ເພນີ​ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວຂອງພໍ່​​ແມ່ພີ​ນ້ອງຊາວ​ເຜົ່າ​ຈຳ ນິງທ້ວນ. ​ເນື່ອງ​​ໃນ​ໂອກາດ​ນີ້, ​ເຖິງ​ວ່າ ລູກ, ຫຼານຈະ​ອາ​ໄສ​ຢູ່​ແຫ່ງ​ໃດ​ກໍ​ຕາມ ກໍລ້ວນ​ແຕ່​ກັບ​ເມືອ​ຫາຄອບຄົວ​ຕ້ອນຮັບ​ບຸນປີ​ໃໝ່.

        ​ໃນ​ມື​ຈັດ​​ບຸນປີ​​ໃໝ່ Kate, ກໍ​ຖືກ​ດຳ​ເນີນ​​ໃນ​ພາບ​ດຽວ​ເທິງ 3 ທາດຄື: ​ໂຟນື​ແກ່ງ, ​ໂຟ​ໂຣ​ເມ, ​ໂປກລອງ ກາຣາຍ. ​ບຸນປີ​ໃໝ່ Kate ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 12 – 18/10 (ກົງ​ກັບ​ວັນ​ທີ 01 – 07 ຕາມ​ປະຕິທິນ​ເຜົ່າ​ຈຳ).

ຂ່າວ/ບົດ​ອື່ນ