ພິໄນກຳຂອງປະທານໂຮ່ຈີມິນ-ແສງສະຫວ່າງຂອງພູມປັນຍາແລະຄວາມເຊື່ອໝັ້ນ

ພິໄນກຳຂອງປະທານໂຮ່ຈີມິນ-ແສງສະຫວ່າງຂອງພູມປັນຍາແລະຄວາມເຊື່ອໝັ້ນ - ảnh 1
ນັກປະພັນວັນນະຄະດີ ຈູງຈູງດີງ ມອບປື້ມໃຫ້ບັນດາອົງການ, ຫົວໜ່ວຍ
(ພາບ: Nam Hiệp)

(vovworld) – ພິໄນ​ກຳຂອງ​ປະທາ​ນ​ໂຮ​່ຈີ​ມິນ -​ ແສງ​ສະຫວ່າງ​ຂອງ​ພູມ​ປັນຍາ​ແລະ​ຄວາມ​ເຊື່ອ​ໝັ້ນ - ​ແມ່ນ​ຫົວ​ຂໍ້ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ວິ​ທະຍາ​ສາດ​​ເຊິ່ງ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 16/8, ຢູ່​ນະຄອນ ​ໂຮ່ຈີ​ມິນ. ມີບົດ​ທາ​ບທາມ​ຄວາມ​ເຫັນ​ກ່ວາ 160 ບົດ​ໄດ້ຝາກ​ມາ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ບັນດາ​ຫົວ​ຂໍ​້ຄື: ພິ​ໄນ​ກຳ​ໂຮ່ຈີ​ມິນ - ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ຂອງປະ​ເທດ​ຊາດ ​ແລະ ມະນຸດ​ໃນ​​ສະ​ໄໝ​ໃໝ່, ພິ​ໄນ​ກຳ​ໂຮ່ຈີ​ມິນ  ມີ​ລັກສະນະ​ໂຄງການການ​ເມືອງຂອງ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.​.​​. ທີ່​ກອງປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ຢືນຢັນ​ວ່າ​: ພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ ບໍ່​ພຽງ​ແຕ່​ແມ່ນ​ເອກະສານ​ມີ​ຄຸນຄ່າ​ດ້ານ​ປະຫວັດສາດ​ເທົ່າ​ນັ້ນ ຫາກ​ຍັງ​​ມີ​ຄວາມ​ໝາຍ​ຍຸກ​ສະ​ໄໝ​ຢ່າງເລິກ​ເຊິ່ງອີກ​ດ້ວຍ. ພັກ ​ແລະ ປະຊາຊົນ ຫວຽດນາມ ຖື​ພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ, ມີ​ຄຸນ​ຄ່າ​ສູງ​ສຸດ​ໃນ​ສ້າງ​ວັດທະນະທຳ​ດ້ານຈິດ​ໃຈ​ຂອງ​ຊາດ. ສາດສະດາຈານ, ດຣ ຮ່ວາງ​ຈີ​ບ໋າ​ວ, ສະມາຊິກ​ສະພາ​ທິດ​ສະ​ດີ​ສູນ​ກາງ, ​ໄຈ້​ແຍກ​ວ່າ:

        “ພິ​ໄນ​ກຳ​ຂອງ​ປະທານ ​ໂຮ່ຈີ​ມິນ ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ, ພູມ​ປັນຍາ, ລັກສະນະ​ໝັ້ນຄົງ​ຂອງ​ແນ​ວທາງ​ປະຕິວັດ, ສະ​ແດງ​ຈິດ​ໃຈ​ປ່ຽນ​ໃໝ່​ໃນ​ວິວັດທະນາ​ການ​ປະຕິບັດ​ແນວທາງ​ໝັ້ນຄົງ. ມັນສະ​ແດງ​ລັກສະນະ​ກຳນົດ​ທິດ​ໃຫ້ການ​ປະຕິວັດ ຫວຽດນາມ  ​ໃນ​ພາຍ​ພາກ​ໜ້າ.”


ຂ່າວ/ບົດ​ອື່ນ