ຟີລິບປີນ ຍົກຍ້າຍ 900 ກ່ວາຄົວເຮືອນອອກຈາກເຂດພູເຂົາໄຟ Mayon

(VOVWORLD) - ວັນທີ 14 ມັງກອນ, ເຈົ້າໜ້າທີ່ ຟີລິບປີນ ໄດ້ອອກຄຳສັ່ງຍົກຍ້າຍ 900 ກ່ວາຄົວເຮືອນອອກຈາກເຂດຕິດກັບພູເຂົາໄຟ Mayon ຂຶ້ນກັບແຂວງ Albay ຢູ່ພາກກາງ ຫ່າງຈາກນະຄອນຫລວງ ມານີລາ ໄປທາງທິດຕາເວັນອອກສ່ຽງໃຕ້ 300 ກມ.
ຟີລິບປີນ ຍົກຍ້າຍ 900 ກ່ວາຄົວເຮືອນອອກຈາກເຂດພູເຂົາໄຟ Mayon - ảnh 1 ພູເຂົາໄຟ Mayon ຂຶ້ນກັບແຂວງ Albay ຢູ່ພາກກາງ ຫ່າງຈາກນະຄອນຫລວງ ມານີລາ (ພາບ: AFP/TTXVN)

ຕາມສະຖາບັນພູເຂົາໄຟ ແລະ ແຜ່ນດິນໄຫວ ຟີລິບປີນ (Phivolcs) ແລ້ວ, ພາຍຫລັງລະເບີດຂຶ້ນຢ່າງກະທັນຫັນໃນຕອນບ່າຍວັນທີ 13 ມັງກອນ, Phivolcs ຮັບຮູ້ວ່າ ໃນຕອນເຊົ້າວັນທີ 14 ມັງກອນ ໄດ້ເກີດເຫດລະເບີດຂຶ້ນ 2 ຄັ້ງ ເຮັດໃຫ້ຂີ້ເຖົ່າພູເຂົາໄຟຂຶ້ນສູ່ທ້ອງຟ້າສູງປະມານ 2.500 ແມັດ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຟີລິບປີນ ໄດ້ຍົກລະດັບກ່າວເຕືອນພູເຂົາໄຟລະເບີດຂຶ້ນລະດັບທີ 2.  ຕາມນັ້ນແລ້ວ ປະຊາຊົນບໍ່ໄດ້ຢູ່ໃກ້ກັບພູເຂົາໄຟໃນບໍລິເວນ 6 ກມ ຍ້ອນມີຄວາມສ່ຽງດິນ, ຫີນເຊາະເຈື່ອນກໍ່ຄືຂີ້ເຖົ່າລອຍຂຶ້ນສູ່ທ້ອງຟ້າຢ່າງກະທັນຫັນ.

ຕອບກັບ

ຂ່າວ/ບົດ​ອື່ນ