ຟີລິບປິນ ທັບມ້າງກົນອຸບາຍໃຫຍ່ຂອງບັນດາມືປືນຢູ່ Marawi

(VOVWORLD) - ວັນທີ 07 ມີຖຸນາ ກອງທັບ ຟີລິບປິນ ປະກາດວ່າ ບັນດາກຳລັງປ້ອງກັນຄວາມສະຫງົບປະເທດນີ້ ໄດ້ທັບມ້າງກົນອຸບາຍຂອງບັນດາມືປືນອິດສະລາມ, ປະຈຸບັນພວມລີ້ຕົວຢູ່ນະຄອນ Marawi
ຟີລິບປິນ ທັບມ້າງກົນອຸບາຍໃຫຍ່ຂອງບັນດາມືປືນຢູ່ Marawi - ảnh 1 (ພາບປະກອບ)

ແນໃສ່ປຸກປັ່ນບັນດາເປົ້າໝາຍຫົວຮຸນແຮງ ເພື່ອຢຶດຄອງທົ່ວນະຄອນພາກໃຕ້ນີ້. ໂຄສົກຂອງກອງທັບ ຟີລິບປິນ ທ່ານ Restituto Padilla ຊີ້ແຈ້ງວ່າ ນີ້ແມ່ນກົນອຸບາຍໃຫຍ່ ອາດຈະມີການທຳລາຍຢ່າງຮ້າຍແຮງ. ຕາມວົງການນັກສ້າງກົດໝາຍ, ຈຸດປະສົງສຸດທ້າຍຂອງບັນດາເປົ້າໝາຍກໍ່ການຮ້າຍນີ້ແມ່ນ ຢຶດຄອງ ແລະ ແຍກຕົວMarawi ອອກຈາກ ຟີລິບປິນ. ປະຈຸບັນ ການປະທະກັນລະຫວ່າງພົນທະຫານກອງທັບ ຟີລິບປິນ ແລະ ບັນດາພວກກະບົດອິດສະລາມຢູ່ Marawi ໄດ້ແກ່ຍາວເປັນເວລາ 2 ອາທິດແລ້ວ ເຮັດໃຫ້ຢ່າງນ້ອຍສຸດ 178 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ