ຟີລິບປີນ: ຜູ້ໂດຍສານກ່ວາ 200 ຄົນໃນເຫດກ່ຳປັ່ນຈົມນ້ຳ ໄດ້ກູ້ຊ່ວຍເຂົ້າຝັ່ງຢ່າງປອດໄພ

(VOVWORLD) - ພາຍຫລັງເກີດອຸບັດຕິເຫດເປັນເວລາ 2,3 ຊົ່ວໂມງ, ບັນດາກ່ຳປັ່ນກູ້ໄພກູ້ຊີບ ແລະ ກ່ຳປັ່ນຫາປາຂອງຊາວປະມົງພວມເຄື່ອນໄຫວໃນເຂດເກີດເຫດນັ້ນ
ຟີລິບປີນ: ຜູ້ໂດຍສານກ່ວາ 200 ຄົນໃນເຫດກ່ຳປັ່ນຈົມນ້ຳ ໄດ້ກູ້ຊ່ວຍເຂົ້າຝັ່ງຢ່າງປອດໄພ - ảnh 1 ກຳລັງປ້ອງກັນຝັ່ງທະເລ ຟີລິບປີນ (ພາບ:AFP/TTXVN)

ວົງການເຈົ້າໜ້າທີ່ ຟີລິບປີນ ໃຫ້ຮູ້ວ່າ: ຜູ້ໂດຍສານ 240 ຄົນໃນເຮືອບັກລົ້ມໃນຕອນທ່ຽງວັນທີ 21 ທັນວາ ຢູ່ນອກຝັ່ງທະເລເທດສະບານເມືອງ Real, ຫ່າງຈາກນະຄອນຫລວງ ມານີລາ ໄປທາງທິດຕາເວັນອອກ ປະມານ 70 ກມ ໄດ້ຮັບການກູ້ຊ່ວຍເຂົ້າຝັ່ງຢ່າງປອດໄພ ໃນຂະນະທີ່ມີ 4 ຄົນເສຍຊີວິດ ແລະ 7 ຄົນຍັງຫາຍສາບສູນ.

        ພາຍຫລັງເກີດອຸບັດຕິເຫດເປັນເວລາ 2,3 ຊົ່ວໂມງ, ບັນດາກ່ຳປັ່ນກູ້ໄພກູ້ຊີບ ແລະ ກ່ຳປັ່ນຫາປາຂອງຊາວປະມົງພວມເຄື່ອນໄຫວໃນເຂດເກີດເຫດນັ້ນ ໄດ້ຕັ້ງໜ້າກູ້ຊ່ວຍຜູ້ໂດຍສານເປັນຈຳນວນຫລາຍ. ທ່ານ Armand Balilo ໂຄສົກກຳລັງປ້ອງກັນຝັ່ງທະເລໃຫ້ຮູ້ວ່າ: ວຽກງານກູ້ໄພກູ້ຊີບຍັງຄົງຈະດຳເນີນຕໍ່ໄປ ຈົນເຖິງຍາມໃດກຳນົດໄດ້ສະພາບການຂອງຜູ້ໂດຍສານ 251 ຄົນໃນເຮືອບັກທີ່ປະສົບເຄາະຮ້າຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ