ຟີລີບປິນຈະກະຕຸກຊຸກຍູ້ຈີນເຄົາລົບຄຳຕັດສິນຂອງPCAທີ່ກອງປະຊຸມສຸດຍອດASEM

ຟີລີບປິນຈະກະຕຸກຊຸກຍູ້ຈີນເຄົາລົບຄຳຕັດສິນຂອງPCAທີ່ກອງປະຊຸມສຸດຍອດASEM - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​
 ຟີ​ລີບ​ປິນ Perfecto Yasay
(ພາບ: AFP/Noel Celis)

(vovworld) - ​​ ​ໃນ​​ແຈ້ງ​ຂ່າວ​ວັນ​ທີ 14/07 ກະຊວງ​ການ​ຕ່າງປະ​ເທດ ຟີ​ລີບ​ປິນ ​ໃຫ້​ຮູ້​ວ່າ: ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ ຟີ​ລີບ​ປິນ Perfecto Yasay ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ASEM ທີ່​ດຳ​​ເນີນ​ໃນ​ເວລາ 2 ວັນ, ​ເລີ່​ມຕົ້ນ​ແຕ່​ວັນ​ທີ 15/07 ຢູ່​ນະຄອນຫລວງ Ulan Bator ຂອງ ​ມົງໂກນ, ​ໃນ​ນັ້ນ ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽນ. ​ແຈ້ງ​ຂ່າວຊີ້​ແຈ້ງວ່າ:​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ ASEM, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Yasay ຈະ​ປຶກສາ​ຫາລື​ກ່ຽວ​ກັບ “ວິທີ​ການ​ສຳຜັດ​ສັນຕິພາບ ​ແລະ ອີງ​ຕາມ​ບັນດາ​ຫລັກ​ການ​ຂອງ ຟີ​ລີບ​ປິນ” ສຳລັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ​ແລະ ຄວາມ​ຈຳ​ເປັນ​ທີ່​ບັນດາ​ຝ່າຍ​ຕ້ອງ​ເຄົາລົບ​ຄຳ​ຕັດສິນ​ຂອງ​ສານ​ກຳມະການ​ປະຈຳ (PCA) ຫວ່າງ​ແລ​້ວນີ້.

        ​ແລະ​ກໍ່​ໃນ​​ແຈ້ງ​ຂ່າວ​ນີ້, ກະຊວງ​ການ​ຕ່າງປະ​ເທດ ຟີ​ລີບ​ປິນ ກໍ່ກະຕຸກ​ຊຸກຍູ້ ຈີນ ​ເຄົາລົບ​ຄຳ​ຕັດສິນ​ຂອງ​ສານ​ກຳມະການ​ປະຈຳ (PCA) ຢູ່ ລາ​ໄຮ ປະ​ເທດ ​ໂຮ​ນລັງ ປະຕິ​ເສດ​ບັນດາ​ຄວາມຮຽກຮ້ອງອະທິປະ​ໄຕຂອງ ບັກ​ກີ​ງ ຢູ່​ທະ​ເລ​ຕາ​ເວັນ​ອອກ.

 

ຂ່າວ/ບົດ​ອື່ນ