ຟິລີບປີນປະກາດສະພາວະສຸກເສີນລະດັບຊາດ

ຟິລີບປີນປະກາດສະພາວະສຸກເສີນລະດັບຊາດ - ảnh 1
ທະ​ຫານ ຟິ​ລີບ​ປີນ ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່ Davao
 ພາບ: AFP/ TTXVN

(vovworld)- ວັນ​ທີ 5/9, ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Rodrigo Duterte ປະ​ກ​າດ​ສະ​ພາ​ວະ​ສຸກ​ເສີນ​ລະ​ດັບ​ຊາດ​ຍ້ອນ​ສະ​ພາບ​ໃຊ້​ຄວາມ​ຮຸນ​ແຮງ. ໃນ​ຖາ​ນະ​ແມ່ນຜູ​້​ບັນ​ຊາ​ການ​​ທະ​ຫານສູງ​ສຸດ, ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Rodrigo Duterte ອາດ​ຈະ​ລະ​ດົມ​ທະ​ຫານ, ອອກ​ຄຳ​ສັ່ງ​ໃຫ້​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ຟິ​ລິບ​ປີນ ແລະ ຕຳ​ຫລວດ​ແຫ່ງ​ຊາດ ຟິ​ລີ​ບ​ປີນ ດຳ​ເນີນ​ບັນ​ດາ​ມາດ​ຕະ​ການ ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ ເພື່ອ​ສະ​ກັດ​ກັ້ນ​ບັນ​ດາການ​ກະ​ທຳ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ທົ່ວ​ປະ​ເທດ. ກ່ອນ​ຫນ້ານັ້ນ, ວັນ​ທີ 2/9, ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ຢູ່​ນະ​ຄອນ Davao ເຮັ​ດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ສຸດ 14 ຄົນ ແລະ ອີກ 70 ຄົນ​ຖືກ​ບາດ​ເຈັບ. ປະ​ທາ​ນາ​ທິ​ບໍ​ດີ ຟີ​ລີບ​ປີນ Rodrigo Duterte ຖື​ວ່າ ການ​ບຸກ​ໂຈມ​ຕີ ແມ່ນ​ການ​ກະ​ທຳ​ກໍ່​ການ​ຮ້າຍ, ແລະ ສົງ​ໃສວ່າ​ເຫດກໍ່​ການ​ຮ້າຍນີ້​​ແມ່ນ​ຍ້ອນບັນ​ດາ​ພວກ​ຫົວ​ຮຸນ​ແຮງ​ອິດ​ສະ​ລາມ​ຫລື​ອາດ​ຊະ​ຍາ​ກອນ​ຄ້າ​ຂາຍ​ຢາ​ເສບ​ຕິດກໍ່​ຂຶ້ນ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ