ຟິລິບປິນເຊັນສັນຍາປາຣີກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ

ຟິລິບປິນເຊັນສັນຍາປາຣີກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດນີ້ Rodrigo Duterte 

(vovworld) - ໃນ​ການ​ກະ​ທຳ​ຫ​ຍັ​ບມໍ່​ໃກ້​ກັບ​ເລື່ອງ​ສັນ​ຍາ ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ມີ​ຜົນ​ສັກ​ສິດ​ຢູ່ ຟີ​ລິບ​ປິນ ນັ້ນ, ວັນ​ທີ 1/3, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດນີ້ Rodrigo Duterte ໄດ​້​ລົງ​ນາມ​ເອ​ກະ​ສານ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ. ທ່ານ Loren Legarda, ສະ​ມາ​ຊິກ​ສະ​ພາ​ສູງ, ໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ຮັບ​ເອ​ກະ​ສານ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ປາ​ຣີ ຈາກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ, ສະ​ພາ​ສູງ​ຕ້ອງ​ຮັບ​ຮອງ​ເອົາ​ສັນ​ຍາ​ດັ່ງ​ກ່າວ​ໂດຍ​ໄວ ເພື່ອ​ຈາກນັ້ນ​ຈະ​ອະ​ນຸ​ຍາດ​ໃຫ້ ມາ​ນີ​ລາ ສຳ​ຜັດ​ກັບ​ກອງ​ທຶນ​ອາ​ກາດ​ສະ​ອາດ (GCF) ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ທຸກ​ຍາກ​ຮັບ​ມື​ກັບ​ສະ​ພາບ​ອຸ່ນ​ຂຶ້ນ​ຂອງ​ໜ່ວຍ​ໂລກ.

        ກ່ອນ​ໜ້ານັ້ນ, ທ່ານປະ​ທາ​ນາ​ທິ​ບໍ​ດີ Duterte ກ່າວ​ເຕືອນ​ຈະ​ບໍ່​ເຊັນ​ສັນ​ຍາ ປາ​ຣີ ແລະ ຖື​ວ່າ ຂໍ້​ຕົກ​ລົງ​ນີ້​​ແມ່ນ​ເຂົ້າ​ຂ້າງ​ບັນ​ດາ​ປະ​ເທດ​ອຸດ​ສາ​ຫະ​ກຳ ກໍ່​ຄື​ສົ່ງ​ຜົນ​ເສຍ​ຫາຍ​ເຖິງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫັນ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຂອງ ຟີລິບ​ປິນ.


ຂ່າວ/ບົດ​ອື່ນ