ມີ 1 ລ້ານກວ່າຄົນເຂົ້າຮ່ວມການສຶກສາອາຊີບ

(VOVWORLD) -ຕາມການສະຖິຕິຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ແລ້ວ, ໃນໄລຍະ 6 ເດືອນຕົ້ນປີ 2019, ມີ 1 ລ້ານກວ່າຄົນຖືກຄັດເລືອກເຂົ້າລະບົບສຶກສາອາຊີບ, ບັນລຸ 48% ແຜນການຂອງປີ.

ແລະກໍ່ໃນໄລຍະ 6 ເດືອນຕົ້ນປີນີ້, ມີແຮງງານຊົນນະບົດ, ຄົນພິການ, ຊາວເຜົ່າສ່ວນໜ້ອຍ… ປະມານ 200.000 ຄົນໄດ້ຮັບການໜູນຊ່ວຍບຳລຸງສ້າງອາຊີບຂັ້ນພື້ນຖານ. ໃນໄລຍະຈະມາເຖິງ, ກະຊວງແຮງງານ, ທະຫານເສຍອົງຄະແລະ ສັງຄົມ ຈະສືບຕໍ່ຜັນຂະຫຍາຍບັນດາມາດຕະການພັດທະນາການສຶກສາອາຊີບ. ທ່ານ ຢ້ວານເມົ້າຢຽບ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະແລະ ສັງຄົມ, ໃຫ້ຮູ້ວ່າ.

        “ປີ 2019, ກະຊວງແຮງງານ, ທະຫານເສຍອົງຄະແລະ ສັງຄົມ ຍັງສືບຕໍ່ຍົກສູງຄຸນນະພາບການສຶກສາອາຊີບ ແລະ ພັດທະນາຕະຫຼາດແຮງງານ. ກະຊວງສືບຕໍ່ຜັນຂະຫຍາຍບັນດາມາດຕະການແກ້ໄຂເພື່ອໃຫ້ການສຶກສາຕິດພັນກັບຕະຫຼາດແຮງງານ; ກວດກາ, ຊັບຊ້ອນຮາກຖານການສຶກສາອາຊີບຄືນໃໝ່, ກະກຽມກໍ່ສ້າງເຄືອຂ່າຍພື້ນຖານການສຶກສາອາຊີບໄລຍະ 2021 – 2030 ແລະ ປະຕິບັດບັນດາມາດຕະການໂຄສະນາ, ຮັບສະໝັກນັກສຶກສາອາຊີບເພື່ອມີການແບ່ງແຍກຢ່າງຈະແຈ້ງກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ