ມີ 20 ຄົນເສຍຊີວິດຍ້ອນຕິດເຊື້ອໄວຣັດໄຂ້ຫວັດສັດປີກ H7N9 ຢູ່ຈີນ

ມີ 20 ຄົນເສຍຊີວິດຍ້ອນຕິດເຊື້ອໄວຣັດໄຂ້ຫວັດສັດປີກ H7N9 ຢູ່ຈີນ - ảnh 1
(ພາບ: vtv.vn/)
(vovworld) – ຈຳນວນ​ຜູ້ຕິດ​​ເຊື້ອໄວຣັດ​ໄຂ້ຫວັດ​ສັດ​ປີກ H7N9 ຢູ່​ຈີນ ສືບ​ຕໍ່​ເພີ່ມ​ຂຶ້ນ. ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ບັນດາ​ອົງການ​ສາທາລະນະ​ສຸກ​ທີ່​ປະກາດ​ໃນ​ວັນທີ 21/04, ​ໄດ້​ມີ 2 ກໍລະນີ​​ເສຍ​ຊີວິດ​ຍ້ອນ​ຕິດ​​ເຊື້ອ​ໄວຣັດ​ໄຂ້ຫວັດ​ສັດ​ປີກ H7N9 ນີ້​ຢູ່​ແຂວງ ​ເຈຈຽງ, ຍົກ​ຈຳນວນ​ຜູ້​ເສຍ​ຊີວິດ​​ໃນ​ທົ່ວ​ປະ​ເທດ​ຂຶ້ນ​ເປັນ​ 20 ຄົ​ນ. ​ແຈ້ງ​ການ​ຂອງ​ພະ​ແນ​ກສາທາລະນະ​ສຸກ​ແຂວງ ​ເຈ​ຈຽງ ​ໃຫ້​ຮູ້​ວ່າ​ມີ​ຜູ້​ຊາຍ​ຄົນ​ໜຶ່ງອາ​ຍຸ 79 ປີ ​ຕິດ​​​ເຊື້ອໄວຣັດ​ໄຂ້ຫວັດ​ສັດ​ປີກ H7N9 ເສຍຊີວິດ​ໃນ​ຕອນ​ເຊົ້າ​ວັນ​ທີ 21/04, ​ໃນ​ເວລາ​ເກືອບ 2 ອາທິ​ດພາຍຫຼັງ​ເຂົ້າ​ໂຮມ​ໝໍດ້ວຍ​ບັນດາອາການ​ໄຂ​້ຫວັດ, ຜູ້​ຍິງ​ຄົນ​ໜຶ່ງ​ອາ​ຍຸ 62 ປີ​ຢູ່​ນະຄອນ ຫູ​ເຈົາ ​ຂອງ​​ແຂວງ​ນີ້ ​ເສຍ​ຊີວິດ​ໃນ​ຕອນ​ຄໍ່​າວັນ​ທີ 20/04, ພາຍ​ຫຼັງທີ່​ໄດ້​ຮັບ​ການ​ປິ່ນປົວ​ເປັນ​ພິ​ເສດ​ຢູ່​ໂຮງໝໍ​ຍ້ອນ​ຕິດ​​ເຊື້ອ​ໄວຣັດ​ໄຂ້ຫວັດ​ສັດ​ປີກ H7N9. ​ໃນ​ຈຳນວນ 101 ຄົນຕິດ​ໄວຣັດ​ໄຂ້ຫວັດ​ສັດ​ປີກ H7N9 ​ໃນ​ທົ່ວ​ປະ​ເທດ, ປະຈຸ​ບັນ​ມີ 4 ຄົນ​ພວມ​ຢູ່​​ໃນສະພາບການ​ທີ່​ປິ່ນປົວ​ພິ​ເສດ. ວົງ​ການ​ສາທາລະນະ​ສຸກ​ຈີນ ​ໃຫ້​ຮູ້​ວ່າ ບັນ​ດາ​ກໍລະນີຕິດ​ໄວຣັດ​ໄຂ້ຫວັດ​ສັດ​ປີກ H7N9 ມີ​ລັກສະນະ​ສະ​ເພາະ ​ແລະ ບໍ່​ມີ​ສັນຍານ​ທີ່​ຕິ​ດແປດຈາກຄົນສູ່ຄົນ.
ຂ່າວ/ບົດ​ອື່ນ