ມີ 4 ປະເທດເລີ່ມຕົ້ນການລາດຕາເວນຮ່ວມຄັ້ງທີ 80 ຢູ່ແມ່ນໍ້າຂອງ

(VOVWORLD) -ກໍ່າປັ່່ນ 5 ລໍາທີ່ເຂົ້າຮ່ວມການລາດຕາເວນຮ່ວມເຊິ່ງຈະແກ່ຍາວເປັນເວລາ 4 ວັນນີ້ ຈະດໍາເນີນບັນດາການເຄື່ອນໄຫວກວດກາ, ຕ້ານຢາເສບຕິດ ຢູ່ບັນດາເຂດສໍາຄັນຢູ່ແມ່ນໍ້າຂອງ

ວັນທີ 19 ມີນາ, ການລາດຕາເວນຮ່ວມຢູ່ແມ່ນໍ້າຂອງ ດ້ວຍການເຂົ້າຮ່ວມຂອງບັນດາພາລະກອນປະຕິບັດກົດໝາຍທີ່ມາຈາກ ຈີນ, ລາວ, ມຽນມາ ແລະ ໄທ ເຊິ່ງມີຈຸດເລີ່ມຕົ້ນແຕ່ທ່າກໍ່່າປັ່່ນ ຈິງໂຂງ ຂຶ້ນກັບແຂວງ ຢຸນໜານ, ທາງທິດຕາເວັນຕົກສ່ຽງໃຕ້ຂອງ ຈີນ. ນີ້ແມ່ນການລາດຕາເວນຄັ້ງທີີ 80 ນັບແຕ່ເມື່ອການເຄື່ອນໄຫວຮ່ວມດັ່ງກ່າວໄດ້ດໍາເນີນໃນປີ 2011.

ມີ 4 ປະເທດເລີ່ມຕົ້ນການລາດຕາເວນຮ່ວມຄັ້ງທີ 80 ຢູ່ແມ່ນໍ້າຂອງ - ảnh 1ຕໍາຫຼວດໄທລາດຕາເວນຢູ່ແມ່ນໍ້າຂອງ (ພາບປະກອບ:  AFP)

        ກໍ່າປັ່່ນ 5 ລໍາທີ່ເຂົ້າຮ່ວມການລາດຕາເວນຮ່ວມເຊິ່ງຈະແກ່ຍາວເປັນເວລາ 4 ວັນນີ້ ຈະດໍາເນີນບັນດາການເຄື່ອນໄຫວກວດກາ, ຕ້ານຢາເສບຕິດ ຢູ່ບັນດາເຂດສໍາຄັນຢູ່ແມ່ນໍ້າຂອງ, ໃນນັ້ນ ມີເຂດ “ສາມຫຼ່ຽມຄໍາ” ເຊິ່ງແມ່ນເຂດທີ່ມີຊື່ສຽງກ່ຽວກັບການຜະລິດຢາເສບຕິດ.

        ການເຄື່ອນໄຫວລາດຕາເວນຮ່ວມດັ່ງກ່າວ ໄດ້ເລີ່ມດໍາເນີນແຕ່ເດືອນທັນວາ 2011  ພາຍຫຼັງເກີດເຫດປຸ້ນກໍ່່າປັ່ນຂົນເຄື່ອງ 2 ລໍາ ແລະ ເຂັ່ນຂ້າລູກເຮືອຂອງຈີນ 13 ຄົນ ຢູ່ໃນເຂດແມ່ນໍ້າຂອງຟາກຂຶ້ນກັບໄທ ໃນວັນທີ 5 ຕຸລາ 2011.


ຕອບກັບ

ຂ່າວ/ບົດ​ອື່ນ