ມີ400ກວ່າວິສາຫະກິດເຂົ້າຮ່ວມງານວາງສະແດງVietBuidຮ່າໂນ້ຍ

ມີ400ກວ່າວິສາຫະກິດເຂົ້າຮ່ວມງານວາງສະແດງVietBuidຮ່າໂນ້ຍ - ảnh 1
ການປະຊຸມຂ່າວງານ​ວາງສະ​ແດງ​ສາກົນ VietBuid ຮ່າ​ໂນ້ຍ ຄັ້ງ​ທີ 2
(ພາບ: baotintuc)

(vovworld) - ງານ​ວາງສະ​ແດງ​ສາກົນ VietBuid ຮ່າ​ໂນ້ຍ ຄັ້ງ​ທີ 2 ດ້ວຍ​ຫົວ​ຂໍ້​ວ່າ “ອະ​ສັງ​ຫະລິ​ມະຊັບ - ການປະດັບ​ປະດາ​ພາຍ​ໃນ ​ແລະ ນອກ​ເຮືອນ - ການ​ກໍ່ສ້າງ ​ແລະ ວັດ​ສະ​ດຸ​ກໍ່ສ້າງ“ ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 11-15/11/2015. ງານ​ວາງສະ​ແດງ​ນີ້​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 1.260 ຮ້ານ​ວາງສະ​ແດງ​ຜະລິດ​ຕະພັນ​, ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າຂອງ​ກວ່າ 400 ຫົວໜ່ວຍ, ​ໃນ​ນັ້ນ​ມີ 278 ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ, 87 ວິ​ສາ​ຫາ​ກິດ​ຮ່ວມ​ທຸລະ​ກິດ ​ແລະ 34 ວິ​ສາ​ຫະກິດ, ກຸ່ມ​ບໍລິສັດ​ທີ່​ມາ​ຈາກ 15 ປະ​ເທດ​ໃນ​ໂລກ. ​ໃນ​ຂອບ​ເຂດ​ງານ​ວາງສະ​ແດງ​ຈະ​ມີ​ລາຍການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ພະ​ແນ​ກ, ບັນດາ​ອົງການ​ຈັດ​ຕັ້ງ​, ສະຫະ​ສະມາຄົມວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ; ບັນດາ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ​ແລະ ກອງ​ປະຊຸມ​ສຳ​ມະ​ນາ​ສະ​ເພາະ​ຂະ​ແໜງ “ຜະລິດ​ຕະພັນ​ໃໝ່ - ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ, ບໍ່​ສົ່ງ​ມົນ​ລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ​ຂອງ​ຂະ​ແໜງ​ກໍ່ສ້າງ ​ແລະ ອະສັງ​ຫະລິ​ມະ​ຊັບ​ໃນ​ການ​ເຊື່ອມ​ໂຍງ ​ແລະ ພັດທະນາ“.

ຂ່າວ/ບົດ​ອື່ນ